ລາວ – ຍີ່ປຸ່ນ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ

0
132

ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທາງການຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.

ໃນຕອນແລງວັນທີ 21 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການທີ່ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ. ຫຼັງຈາກນັ້ນ, ກໍໄດ້ພົບປະສຸດຍອດສອງຝ່າຍກັບ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ເພື່ອແລກປ່ຽນຄໍາຄິດເຫັນໃນການເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ກໍຄື ການກໍານົດທິດທາງແຜນການຮ່ວມມືໃນແຕ່ລະຂົງເຂດໃນຕໍ່ໜ້າ ລວມທັງການແລກປ່ຽນຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.


ການຢ້ຽມຢາມເຮັດວຽກທາງການ ແລະ ພົບປະສຸດຍອດໃນຄັ້ງນີ້, ເປັນນິມິດໝາຍທີ່ມີຄວາມສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງ ຂອງການພົວພັນ ແລະ ຮ່ວມມື ລາວ – ຍີ່ປຸ່ນ ໃນການສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ. ການຢ້ຽມຢາມຄັ້ງນີ້, ຍັງຖືເປັນໜຶ່ງໃນກິດຈະກໍາສໍາຄັນ ແລະ ເປັນການເປີດການສະເຫຼີມສະຫຼອງປີມິດຕະພາບ 70 ປີ ການພົວພັນການທູດ ລາວ – ຍີ່ປຸ່ນ, ຍີ່ປຸ່ນ – ລາວ ອີກດ້ວຍ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ທີ່ມີການເຕີບໃຫຍ່ຂະຫຍາຍຕົວທັງໃນສາຍລັດ, ສາຍພັກ, ສາຍສະພາ ແລະ ການທູດປະຊາຊົນ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ; ບັນດາໂຄງການຊ່ວຍເຫຼືອ – ຮ່ວມມືຂອງສອງປະເທດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຄວາມຄືບໜ້າເປັນກ້າວໆ. ສອງນາຍົກລັດຖະມົນຕີ ລາວ – ຍີ່ປຸ່ນ ມີ ຄວາມຍິນດີຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ກໍຄື ການເພີ່ມຈໍານວນຕົວເລກການຄ້າ – ການລົງທຶນ ລະ ຫວ່າງສອງປະເທດໃຫ້ຫຼາຍຂຶ້ນ, ການສົ່ງເສີມການໄປ – ມາຫາສູ່ຂອງປະຊາຊົນສອງຊາດ ໂດຍສືບຕໍ່ຊຸກຍູ້ພາກທຸລະກິດຂອງສອງຝ່າຍ ໃຫ້ສາມາດເປີດຖ້ຽວບິນໂດຍກົງ ລະຫວ່າງສອງປະເທດ ໄດ້ໃນອະນາຄົດອັນໃກ້ນີ້ ເຊິ່ງຝ່າຍລາວ ກໍມີແຜນຈະເພີ່ມໄລຍະເວລາພັກເຊົາ ໂດຍຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງຍີ່ປຸ່ນ ທີ່ຖືໜັງສືຜ່ານແດນທໍາມະດາ ຈາກ 15 ເປັນ 30 ວັນ. ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບການຮ່ວມມື ອາຊຽນ – ຍີ່ປຸ່ນ, ການຮ່ວມມື ແມ່ນໍ້າຂອງ – ຍີ່ປຸ່ນ ກໍຄືຂອບການຮ່ວມມືອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆ.


ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ຮ່ວມກັນລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສູນພັດທະນາຄູຂັ້ນແຂວງ, ພ້ອມທັງໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການພົບປະສຸດຍອດສອງຝ່າຍໃນຄັ້ງ ນີ້.
[ ຂ່າວ – ຮູບ: ກຕທ ]

LEAVE A REPLY

Please enter your comment!
Please enter your name here