ແຫຼ່ງຂ່າວ ປກສ ລາຍງານວ່າ ວັນທີ 16 ມັງກອນ 2025, ເຈົ້າໜ້າທີ່ເມືອງ ຄຳເກີດ ໄດ້ນໍາຕົວ ທ້າວ ເຊັ່ງຊົ່ງ ອາຍຸ 20 ປີ ແລະ ທ້າວ ຢາໂຊວ່າງ ອາຍຸ 23 ປີ ທັງສອງເປັນກໍາມະກອນ ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.
ຈຸດທີ່ກໍ່ເຫດ 4 ບ້ານ ລວມ 8 ຈຸດຄື: 1 ຈຸດ, ບ້ານໂພນໂຮງ 1 ຈຸດ, ບ້ານທົ່ງຈະເລີນ 4 ຈຸດ, ບ້ານແຈ້ງສະຫວ່າງ 1 ຈຸດ, ບ້ານນາເດື່ອ 1 ຈຸດ ເພື່ອທົດສອບຂໍ້ມູນຄືນໃໝ່ໃຫ້ຖືກຕ້ອງ, ຊັດເຈນພາວະວິໄສ ປະກອບໃສຳນວນ-ສຳເນົາຄະດີດັ່ງກ່າວ ເພື່ອສະຫຼຸບສົ່ງໃຫ້ອົງການໄອຍະການດຳເນີນຄະດີ ພວກກ່ຽວຕາມຂັ້ນຕອນທີ່ກົດໝາຍກຳນົດໄວ້ຢ່າງເຂັ້ມງວດ.
ຜ່ານການສອບສວນ ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ໄດ້ລົງມືລັກຊັບແທ້ ໂດຍການງັດເຮືອນຂອງປະຊາຊົນ ພາຍໃນເມືອງຄຳເກີດ ໄດ້ຊັບສິນມີ: ເງິນ ຈຳນວນ 21,000,000 ກີບ, ກັບ 4,000 ບາດ (ສະກຸນເງິນໄທ) ແລະ ຄໍາຮູບປະພັນຈໍານວນ 18 ບາດ ລວມມູນຄ່າຜົນເສຍຫາຍທັງໝົດ ປະມານ 523.800.000 ກີບ.