ສິ່ງຄວນຮູ້ ກ່ຽວກັບການປູກຕົ້ນກ້ວຍ

0
62

ຕົ້ນກ້ວຍມີຄຸນປະໂຫຍດຫຼາຍຢ່າງ ສາມາດໃຊ້ປະໂຫຍດໄດ້ທັງລໍາຕົ້ນ, ໃບ, ດອກ ແລະ ໝາກ. ເຊິ່ງຄົນລາວເຮົານິຍົມເອົາໃບ ( ເອີ້ນວ່າ: ໃບຕອງ ) ມາເຮັດໝາກເບັງ, ປູພາເຂົ້າ, ມຸງຕູບສຳລັບຜັກຜ່ອນ, ຫໍ່ໝົກກໍໄດ້…; ດອກ ແມ່ນເອີ້ນວ່າ: ໝາກປີ ສາມາດເອົາມາປຸງແຕ່ງໃສ່ອາຫານໄດ້ທັງເອາະ, ແກງ, ຕຳແຈ່ວ, ຊອຍເຮັດເຫຍື່ອເຂົ້າປຸ້ນ; ໝາກກ້ວຍ: ແມ່ນສາມາດໃຊ້ປະໂຫຍດໄດ້ທັງໝາກດິບ ແລະ ສຸກ.

อาจเป็นรูปภาพของ คะน้าฝรั่ง

ລັກສະນະຕົ້ນກ້ວຍ: ຕົ້ນກ້ວຍ ເປັນຕົ້ນທີ່ບໍ່ໃຫຍ່ ແລະ ສູງຫຼາຍມີຮູບຮ່າງກົກໃຫຍ່ແຕ່ປາຍຂອງມັນສ້ວຍບໍ່ມີຫງ່າແຕ່ມີກ້ານເນື້ອຕົ້ນອ່ອນ, ມີນ້ຳຫຼາຍລຳຕົ້ນມື່ນ.

ລັກສະນະໃບກ້ວຍ: ໃບກ້ວຍມີລັກສະນະໃບໃຫຍ່ ແລະ ໃຫຍ່ກວ່າໃບອື່ນໆ, ມີລັກສະນະສີຂຽວ.

ຄຸນປະໂຫຍດ: ປູກກ້ວຍ ແບບນີ້ແມ່ນໄດ້ຮັບຜົນດີອອກໜໍ່ງາມ ແລະ ກໍອອກຫຼາຍກົກພ້ອມກັນປູກເຫງົ້າໜຶ່ງມັນສາມາດອອກມາ 3-4 ກົກ, ບໍ່ສິ້ນເປືອງແນວພັນໃນການປູກບົວລະບັດງ່າຍຫຼັກການທີ່ສຳຄັນເວລາທີ່ເອົາເຫງົ້າກ້ວຍລົງຂຸມແລ້ວຫ້າມບໍ່ໃຫ້ປິ່ນເຫງົ້າກ້ວຍເພາະຈະເຮັດໃຫ້ຕາຂອງໜໍ່ກ້ວຍນັ້ນຂາດຫຼືບ້ຽວ.

ไม่มีคำอธิบายรูปภาพ

+ ກ້ວຍເຫງົ້າໜຶ່ງສາມາດເອົາໄປປູກ ແລະ ແຕກອອກໜໍ່ໄດ້ 4 ໜໍ່ ຖ້າເອົາເຫງົ້າກ້ວຍໄປປູກ 9 ເຫງົ້າ ຈະໄດ້ກ້ວຍຈັກໜໍ່? ການເລືອກໜໍ່ກ້ວຍມາປູກເລືອກເອົາໜໍ່ອອກໃໝ່ ( ບໍ່ອ່ອນ, ບໍ່ແກ່ ) ເອົາໜໍ່ໃຫຍ່ງາມເລືອກເອົາໜໍ່ກ້ວຍທີ່ມີອາຍຸພວມຂະຫຍາຍ ບໍ່ຄວນເອົາຈາກຕົ້ນກ້ວຍທີ່ໃກ້ຈະຊຸດໂຊມ.

+ ລະດູການປູກ: ກຽມດິນໃຫ້ສຳເລັດລະຫວ່າງເດືອນມີນາ – ເດືອນເມສາ ( ເດືອນ 5 ລາວ ) ກໍເລີ່ມປູກໄດ້ໂລດ ( ປູກ ກ່ອນລະດູຝົນ,ຖ້າຝົນຕົກຫຼາຍຈະພາໃຫ້ປາຍຫໍ່ເນົ່າ )

+ ວິທີປູກ: ເອົາເຫງົ້າກ້ວຍມາ ແລ້ວກໍເອົາພ້າຖາກຮາກນ້ອຍທີ່ມີຢູ່ອ້ອມເຫງົ້າກ້ວຍໃຫ້ໝົດ ແລະ ກໍຕັດປາຍກ້ວຍຖິ້ມໃຫ້ຈົ່ງແຕ່ຫົວເຫງົ້າກ້ວຍໄວ້.

+ ການຂຸດຂຸມ ແລະ ກຽມດິນ: ຂຸດຂຸມສໍາລັບທີ່ຈະເອົາກ້ວຍລົງປູກໃຫ້ເລິກປະມານ 2 ຄືບ ( 40 ຊັງຕີແມັດ ) ກວ້າງ 2 ຄືບ (  40 ຊັງຕີແມັດ ) ແລະ ກໍເອົາເຫງົ້າກ້ວຍລົງຂຸມໃນການເອົາລົງນັ້ນ ຕ້ອງເອົາທາງປາຍກ້ວຍລົງແລ້ວກໍເອົາດິນຖົມ ການທີ່ເອົາດິນມາຖົມແມ່ນຕ້ອງຂຸດເອົາດິນບ່ອນໃໝ່ມາຖົມບໍ່ໃຫ້ເຕັມຂຸມເທື່ອ ແລ້ວຈຶ່ງເອົາດິນທີ່ເຮົາຂຸດຂຸມກ້ວຍນັ້ນມາຖົມອີກເທື່ອໜຶ່ງໃຫ້ເຕັມ.

LEAVE A REPLY

Please enter your comment!
Please enter your name here