ລັກສະນະທົ່ວໄປ: ໝາກບວບ ເປັນພືດລົ້ມລຸກທີ່ມີອາຍຸສັ້ນ, ມີມືເກາະ ຄົນທີ່ປູກຈຶ່ງນິຍົມເຮັດຄ້າງ ຫຼື ຮ້ານໃຫ້ເຄືອສາມາດເລືອໄປ ເຊິ່ງເປັນພືດທີ່ປູກງ່າຍ ຈະເລີນເຕີບໂຕໄວສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດ, ດິນທີ່ມີ ຄວາມຊຸ່ມສະໝໍ່າສະເໝີ.
+ ແນວພັນທີ່ໃຊ້ປູກ: ໝາກບວບທີ່ປູກໃນບ້ານເຮົາສ່ວນຫຼາຍປູກກັນມາດົນແລ້ວ ແລະ ກໍມີການເກັບເມັດພັນໄວ້ຕໍ່ໆກັນໄປ. ໝາກບວບຫອມເປັນພືດຊະນິດໜຶ່ງທີ່ເຮົາໃຊ້ບໍລິໂພກໝາກອ່ອນ ແລະ ຍອດໄດ້.
■ ວິທີການປູກ:
- ການກຽມດິນ:
+ ຂຸດດິນເລິກ 20-25 ຊຕມ (ຊັງຕີແມັດ), ຕາກດິນໄວ້ 5-7 ວັນ ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກທີ່ປະສົມເຂົ້າກັນດີລົງໄປໃນຂຸມ 30-40 ກຣາມ/ຂຸມ.
+ ກຽມດິນໃຫ້ລະອຽດ ຂຸດຂຸມກວ້າງປະມານ 1 ຊຕມ ເລິກ 2-4 ຊຕມ, ໄລຍະຫ່າງລະ ຫວ່າງຕົ້ນ 75 ຊຕມ ລະຫວ່າງແຖວ 100 ຊຕມ.
- ປູກ ແລະ ບົວລະບັດຮັກສາ:
ຂຸດຂຸມແລ້ວຢອດເມັດພັນລົງໄປປະມານ 3 – 4 ເມັດ ແລະ ຖົມດ້ວຍດິນຜຸຜຸ່ຍ ຫຼື ຝຸ່ນຄອກ ໜາ 1 ຊຕມ, ຫົດນໍ້າໃຫ້ຊຸ່ມ ແລ້ວຄຸມດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງ ຫຼັງຈາກນັ້ນຕົ້ນໝາກບວບງອກມາໄດ້ 10-15 ວັນ ໃຫ້ຖອນຕົ້ນທີ່ບໍ່ແຂງແຮງ ຫຼື ບໍ່ງາມຖິ້ມ ຈົ່ງຕົ້ນດີໄວ້ຂຸມລະ 2 ຕົ້ນ.
+ ເມື່ອຕົ້ນໝາກບວບອາຍຸໄດ້ 25 – 30 ວັນ ໃຫ້ພວນດິນອ້ອມເຫງົ້າຕົ້ນຫ່າງອອກປະມານ 10 ຊຕມ, ໃສ່ຝຸ່ນສູດ 13-13-21 ປະມານ 1 ກໍາມື ແລະ ຫົດນໍ້າໃສ່.
+ ຫຼັງຈາກປູກໄປໄດ້ 45 ວັນ, ຕົ້ນໝາກບວບຈະເລີ່ມອອກດອກ ແລະ ເລີ່ມຕິດໝາກ ຄວນໃສ່ປຸ໋ຍສູດ 15-15-15 ປະມານ 1 ກໍາມືອ້ອມຮອບຕົ້ນ ໃສ່ຕໍ່ເນື່ອງໄປ ອາທິດລະ 1 ຄັ້ງເພື່ອບໍາລຸງຕົ້ນໝາກບວບ.
- ການຫົດນໍ້າ: ຫົດນໍ້າທຸກໆວັນ (ເຊົ້າ ຫຼື ແລງ) ບໍ່ໃຫ້ຂາດນໍ້າໃນຊ່ວງອອກດອກຕິດໝາກ. ຫຼັງຈາກນັ້ນປະມານ 1 ອາທິດ ເຄືອໝາກບວບຈະເລີ່ມເລືອ ໃຫ້ເຮັດຄ້າງໃສ່ ເພື່ອໃຫ້ເຄືອເລືອເກາະໄປໄດ້ ໂດຍນຳວັດຖຸທີ່ຫາໄດ້ໃນທ້ອງຖິ່ນນັ້ນໆເຊັ່ນ: ໄມ້ໄຜ່, ໄມ້ຊອດ, ເຊືອກ ໃຊ້ລວດ ຫຼື ເຊືອກທີ່ໜຽວແໜ້ນມັດຕິດກັນເປັນຄ້າງ 4 ລ່ຽມ.
- ການເກັບກ່ຽວ: ຫຼັງຈາກຕິດໝາກປະມານ 7 ວັນ ຫຼື ອາຍຸປະມານ 50-60 ວັນ ຈຶ່ງເກັບກ່ຽວໝາກໄດ້ ໂດຍເກັບຕອນທີ່ໝາກຍັງອ່ອນຢູ່ ເກັບເພື່ອບໍລິໂພກ ຫຼື ຂາຍໝາກ ຫາກຕ້ອງ ການເກັບໝາກໄວ້ເປັນແນວພັນໃຫ້ປະໝາກໄວ້ກັບຕົ້ນຈົນແກ່ແລ້ວຈຶ່ງແກະເອົາເມັດໄປຕາກແດດໃຫ້ແຫ້ງ, ເກັບມ້ຽນໃສ່ພາຊະນະໃຫ້ດີຈົນກວ່າຈະນໍາໄປປູກໃນບ່ອນໃໝ່.
- ສັດຕູພືດ ແລະ ວິທີປ້ອງກັນກຳຈັດ: ສັດຕູພືດເກີດຈາກຫຼາຍຊະນິດ ເກີດຈາກຄົນ, ສັດ, ໄພທຳມະຊາດ ແລະ ພະຍາດຕ່າງໆ ເຊັ່ນ: ພະຍາດເຫງົ້າເນົ່າ, ພະຍາດເນົ່າດຳ, ພະຍາດໃບຫົດ; ສະນັ້ນຕ້ອງຮັກສາບໍລິເວນສວນໃຫ້ສະອາດ; ເມື່ອພືດເປັນພະຍາດໃຫ້ຮີບຮັກສາ ຫຼື ທໍາ ລາຍບໍ່ໃຫ້ລະບາດຕໍ່ໄປ ເມື່ອສຳເລັດການເກັບກ່ຽວຄວນໄຖດິນຕາກແດດ ເພື່ອຂ້າເຊື້ອພະຍາດ ປູກພືດໝູນວຽນໃຊ້ພືດຊະນິດອື່ນສະຫຼັບ ເພາະພະຍາດບາງຢ່າງຈະເກີດກັບພືດບາງຊະນິດເທົ່ານັ້ນ.
+ ສັບພະຄຸນທາງຢາຂອງໝາກບວບຫອມ: ຊ່ວຍຂັບນໍ້າປັດສະວະ ແລະ ຂັບນໍ້ານົມ; ນໍ້າປັ່ນຈາກໝາກເປັນຢາຊ່ວຍລະບາຍການຂັບຖ່າຍ; ໝາກແກ່ນຳມາເຜົາໃຫ້ເປັນເຖົ່າໃຊ້ເປັນຢາຂັບພະຍາດ, ຂັບລົມ; ເມັດແກ່ເຕັມທີ່ ໃຊ້ເປັນຢາຖ່າຍ; ນໍ້າມັນທີ່ບີບໄດ້ຈາກເມັດໃຊ້ທາຜິວໜັງ; ນໍ້າມັນຈາກໝາກແກ່ ແລະ ເມັດແກ່ ໃຊ້ເປັນຢາຂ້າເຫົາ; ເມັດແກ່ນຳມາປະສົມກັບເຫຼົ້າຂາວແກ້ໂລກຫືດ – ຫອບ.
+ ຄຸນຄ່າທາງໂພຊະນາການຂອງໝາກບວບຫອມຕໍ່ 100 ກຣາມ:
-ພະລັງງານ 16 ກິໂລແຄລໍລີ
-ໂປຣຕິນ 0,7 ກຣາມ
-ໄຂມັນ 0,1 ກຣາມ
-ຄາໂບໄຮເດດ 3,0 ກຣາມ
-ເສັ້ນໄຍອາຫານ 0,2 ກຣາມ
-ນໍ້າ 95,9 ກຣາມ
-ວິຕາມິນບີ 1 0,37 ມິລິ ກຣາມ
-ວິຕາມິນບີ 2 0,05 ມິລິ ກຣາມ
-ວິຕາມິນບີ 3 0,2 ມິລິກຣາມ
-ວິຕາມິນຊີ 15 ມິລິກຣາມ
-ທາດແຄລຊຽມ 3 ມິລິກຣາມ
ຂໍ້ມູນ: ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ