BYD ບໍລິສັດ ຜະລິດລົດອີວີ ລາຍໃຫຍ່ຈາກຈີນ ເດີນໜ້າກໍ່ສ້າງໂຮງງານຜະລິດລົດມູນຄ່າປະມານ 1 ຕື້ໂດລາສະຫະລັດ ໃນອິນໂດເນເຊຍ ໃຫ້ສຳເລັດຕາມເປົ້າໝາຍໃນປີນີ້ ພ້ອມເດີນໜ້າຜະລິດສູ່ຕະຫຼາດໂລກ ເສີມສ້າງຄວາມເຂັ້ມແຂງໃຫ້ຕະຫຼາດລົດອີວີ ໃນອິນໂດເນເຊຍ.
ທ່ານ ອີເກິລ ເຈົາ ປະທານກຳມະການຂອງ ບີວາຍດີ ໃນອິນໂດເນເຊຍ ກ່າວວ່າ: ແຜນໄລຍະຍາວຂອງໂຮງງານແຫ່ງນີ້ຄືການສົ່ງອອກໄປຕະຫຼາດຕ່າງປະເທດ.
ທ່ານກ່າວຕື່ມວ່າ: ຄວາມກ້າວໜ້າໃນການຜະລິດໃນທ້ອງຖິ່ນຂອງເຮົານັ້ນ ເປັນໄປຕາມແຜນຢ່າງດີ ເຮົາຈະຢຶດໝັ້ນໃນຄຳສັນຍາຂອງເຮົາ ເຊິ່ງກໍຄືການກໍ່ສ້າງໂຮງງານໃຫ້ສຳເລັດພາຍໃນທ້າຍປີ 2025 ນີ້.
ໂຮງງານແຫ່ງນີ້ ກຳລັງຖືກສ້າງຂຶ້ນໃນເຂດອຸດສາຫະກຳຊູບັງ ແຂວງຊວາ ຕາເວັນຕົກຂອງອິນໂດເນເຊຍ ມີຄວາມສາມາດໃນການຜະລິດລົດໄຟຟ້າໄດ້ສູງເຖິງ 150.000ຄັນຕໍ່ປີ.
ອີງຕາມຂໍ້ມູນຈາກສະມາຄົມລົດຍົນ ລະບຸວ່າ: ໃນປີ 2024 ເຊິ່ງເປັນປີທຳອິດຂອງການຂາຍໃນ ອິນໂດເນເຊຍ ບໍລິສັດ BYD ມີຍອດຂາຍ 14.429 ຄັນ, ຂໍ້ມູນແຕ່ເດືອນມັງກອນ ເຖິງພະຈິກ ລະບຸວ່າ BYD ເປັນຜູ້ນຳດ້ານຍອດຂາຍລົດໄຟຟ້າພະລັງງານແບັດເຕີຣີ ໃນສ່ວນແບ່ງຕະຫຼາດປະມານ 36%.