ທ່ານ ໂດນັນ ທຣຳ ສາບານຕົວຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີ ສະຫະລັດອາເມຣິກາ

0
69

ວັນທີ 20 ມັງກອນ, ທ່ານ ໂດນັນ ທຣຳ ໄດ້ເຂົ້າພິທີສາບານຕົວ ຂຶ້ນດຳລົງຕຳແໜ່ງ ປະທານາທິບໍດີ ສະຫະລັດອາເມຣິກາ ຄົນທີ 47 ເປັນສະໄໝທີ 2 ທີ່ຈັດຂຶ້ນຢູ່ຫ້ອງໂຖງໃຫຍ່ຫໍລັດຖະສະພາ ທີ່ນະຄອນຫຼວງວໍຊິງຕັນ.

อาจเป็นรูปภาพของ 1 คน และ ห้องทำงานรูปไข่ของประธานาธิบดี

ຫຼັງຈາກນັ້ນ, ທ່ານ ໂດນັນ ທຣຳ ໄດ້ກ່າວປາຖະກະຖາ ປະກາດຍຸບລັດຖະດຳລັດຂອງລັດຖະບານ ໂຈ ໄບເດນ ເກືອບ 80 ສະບັບ, ໃນນີ້ ລວມທັງຈະຖອນຕົວອອກຈາກສັນຍາປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ ໂດນັນ ທຣໍາ ໄດ້ປະກາດຈະລົງນາມໃນລັດຖະດໍາລັດຕ່າງໆ ເຊິ່ງລວມທັງການປະກາດເຂດຊາຍແດນພາກໃຕ້ຂອງປະເທດ ເຂົ້າສູ່ພາວະສຸກເສີນ ພ້ອມທັງສົ່ງກຳລັງທະຫານໄປຕໍ່ຕ້ານ ອັນທີ່ເອີ້ນວ່າ “ ການເຂົ້າຮຸກຮານ ລັກສະນະ ໄພພິບັດ ” ຂອງຜູ້ອົບພະຍົບທີ່ຜິດກົດໝາຍ; ຍົກເລີກນະໂຍບາຍໃຫ້ສິດທິພິເສດຕໍ່ລົດທີ່ໃຊ້ພະລັງງານໄຟຟ້າ ເພື່ອກອບກູ້ອຸດສາຫະກຳລົດຍົນດັ້ງເດີມຂອງ ອາເມຣິກາ; ສ້າງຕັ້ງອົງການພາສີຕໍ່ຕ່າງປະເທດ, ເພີ່ມພາສີຕໍ່ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ ແລະ ອື່ນໆ.

อาจเป็นรูปภาพของ 16 คน, ฝูงชน, ห้องทำงานรูปไข่ของประธานาธิบดี และ ข้อความ

ນອກຈາກນີ້, ທ່ານ ໂດນັນ ທຣຳ ຍັງກ່າວຢືນຢັນວ່າ ຈະໃຫ້ການອະໄພຍະໂທດຕໍ່ຜູ້ມີສ່ວນຮ່ວມໃນການກໍ່ເຫດຈະລາຈົນ ທີ່ຫໍລັດຖະສະພາ ໃນວັນທີ 6 ມັງກອນ 2021.

ຈາກນັ້ນ, ທ່ານ ເຈມ ເດວິດ ວັນສ ໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງ ເປັນຮອງປະທານາທິບໍດີ ສະຫະລັດອາເມຣິກາ ໃນວັນດຽວກັນ.

LEAVE A REPLY

Please enter your comment!
Please enter your name here