ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ບົດລາຍງານຈາກ Asia House, ອົງການຄັງສະໝອງທີ່ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ຄາດວ່າເສດຖະກິດອາຊີ ມີທ່າອ່ຽງຈະນຳໜ້າການເຕີບໂຕລະດັບໂລກ ໃນປີ 2025 ເຖິງວ່າຈະປະເຊີນກັບຄວາມທ້າທາຍຫຼາຍຢ່າງ.
ບົດລາຍງານດັ່ງກ່າວ ເປີດເຜີຍວ່າ: ການເລັ່ງການຫັນເປັນດີຈີຕອນ, ການເພີ່ມຂຶ້ນຂອງການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ການເອົາໃຈໃສ່ຕໍ່ຂໍ້ລິເລີ່ມສີຂຽວທີ່ຊຸກຍູ້ຄວາມກ້າວໜ້າໃນພາກພື້ນອາຊີຄືແນວໃດ? ອີກທັງຮວບຮວມຂໍ້ມູນຈາກຜູ້ນໍາທຸລະກິດເກືອບ 100 ກໍລະນີ ເພື່ອວິເຄາະທ່າອ່ຽງທີ່ພົ້ນເດັ່ນຂຶ້ນຢ່າງກວ້າງຂວາງ.
ທ່ານ ໄມເຄິລ ລໍເຣັນສ ປະທານບໍລິຫານຂອງ Asia House ກ່າວວ່າ: ພາກພື້ນອາຊີ ຍັງສືບຕໍ່ສະແດງໃຫ້ເຫັນເຖິງຄວາມສາມາດໃນການຟື້ນຕົວຈາກຄວາມວຸ້ນວາຍທົ່ວໂລກ.
ທ່ານ ມັລລິກາ ອິຊວາຣັນ ຫົວໜ້ານັກເສດຖະສາດຂອງ Shell ເນັ້ນໜັກວ່າ: ອາຊີ ມີບົດບາດສຳຄັນໃນການຫັນປ່ຽນດ້ານພະລັງງານ ແລະ ມີທ່າແຮງທີ່ຈະກາຍເປັນຜູ້ຜະລິດສິນຄ້າ ແລະ ບໍລິການຊັ້ນນໍາ ທີ່ຊຸກຍູ້ການປ່ຽນແປງນີ້.
ທ່ານ ອິຊວາຣັນ ກ່າວຕື່ມວ່າ: ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບຜະລິດຕະພັນເຫຼົ່ານີ້ ຈະຊ່ວຍເພີ່ມຂໍ້ໄດ້ປຽບທາງການແຂ່ງຂັນທີ່ສໍາຄັນຕໍ່ເສດຖະກິດຂອງພາກພື້ນອາຊີ.