ຂ່າວສານຫວຽດນາມ ລາຍງານວ່າ: ກົມສະຖິຕິ ເຢຍລະມັນ ໃຫ້ຮູ້ວ່າ ຍອດຜະລິດຕະພັນພາຍໃນປະເທດ ( GDP ) ໄດ້ຫຼຸດລົງ 0,2% ໃນປີ 2024.
ເຢຍລະມັນ ກໍາລັງປະເຊີນກັບວິກິດການຄ່າຄອງຊີບ ແລະ ການສົ່ງອອກຫຼຸດລົງ. ສະຖິຕິເບື້ອງຕົ້ນໄດ້ເປີດເຜີຍວ່າ GDP ຂອງປະເທດໄດ້ຫຼຸດລົງ 0,2% ນີ້ແມ່ນປີທີສອງຕິດຕໍ່ກັນ. ກ່ອນໜ້ານີ້ປີ 2023 ເສດຖະກິດ ເຢຍລະມັນ ຫຼຸດລົງ 0,3%.
ສະຖິຕິເບື້ອງຕົ້ນສໍາລັບໄຕມາດທີ 4 ຂອງປີ 2024 ຍັງສະແດງໃຫ້ເຫັນວ່າ: ເສດຖະກິດຫຼຸດລົງ 0,1% ເມື່ອທຽບໃສ່ກັບໄຕມາດທີສາມ.
ເຢຍລະມັນ ໄດ້ຕໍ່ສູ້ກັບວິກິດຄ່າຄອງຊີບໃນໄລຍະສອງ – ສາມປີຜ່ານມາ, ສ່ວນໜຶ່ງແມ່ນຍ້ອນລາຄາພະລັງງານເພີ່ມຂຶ້ນຈາກການປະທະກັນຂອງຣັດເຊຍ – ອູແກຣນ ເຮັດໃຫ້ ເຢຍລະມັນ ທີ່ເຄີຍເປັນຜູ້ຊື້ອາຍແກ໊ສລາຄາຖືກລາຍໃຫຍ່ ຂອງ ຣັດເຊຍ ຕ້ອງໄດ້ຊອກຫາຜູ້ສະໜອງໃໝ່ ເຮັດໃຫ້ສ້າງຄວາມກົດດັນຕໍ່ລາຄາພະລັງງານຂອງປະເທດ ແລະ ກະທົບຕໍ່ຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດ.