ຂ່າວສານຊີອາໄອ ລາຍງານໃນວັນທີ 17 ມັງກອນຜ່ານມາວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳສະພາບການພັດທະນາເສດຖະກິດແຫ່ງຊາດຈີນ ໃນປີ 2024.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງອົງການສະຖິຕິແຫ່ງຊາດຈີນ ກ່າວວ່າ: ໂດຍຜ່ານຈາກການໄລ່ລຽງເບື້ອງຕົ້ນ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ໃນປີ 2024 ມີເຖິງ 134.908 ຕື້ຢວນ ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2023.
ທ່ານ ຄ່າງຢີ້ ຫົວໜ້າອົງການສະຖິຕິແຫ່ງຊາດ ກ່າວວ່າ: ລວມຍອດເສດຖະກິດບັນລຸຫຼາຍກວ່າ 130.000 ຕື້ຢວນ, ໝາຍຄວາມວ່າເສດຖະກິດຂອງຈີນ ມີພື້ນຖານທີ່ເຂັ້ມແຂງຂຶ້ນຕື່ມ.
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ ລວມຍອດເສດຖະກິດຂອງຈີນ ໄດ້ເພີ່ມຂຶ້ນ 10.000 ຕື້ຢວນ ທຸກໆ 1 ຫາ 2 ປີ; ປີ 2020 ໄດ້ບຸກທະລຸ 100.000 ຕື້ຢວນ, ປີ 2021 ແລະ 2022 ໄດ້ບຸກທະລຸ 110.000 ຕື້ຢວນ ແລະ 120.000 ຕື້ຢວນຢ່າງລຽນຕິດ ແລະ ບັນລຸຫຼາຍກວ່າ 130.000 ຕື້ຢວນ ໃນປີ 2024.
ໃນ 10 ປີທີ່ຜ່ານມາ ໄດ້ບັນລຸການເພີ່ມຂຶ້ນຄັ້ງປະຫວັດສາດ ຄື: ຈາກ 50.000 ຕື້ຢວນ ເພີ່ມຂຶ້ນເຖິງ 130.000 ຕື້ຢວນ, ກຳລັງແຫ່ງຊາດສັງລວມ ໄດ້ເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ.