ວັນທີ 21 ມັງກອນ 2025 ທີ່ຜ່ານນີ້, ທີ່ວັດບ້ານໂພນທອງ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ຈັດພິທີ ປະກາດຮັບຮອງ ບ້ານໂພນທອງ ເປັນບ້ານພັດທະນາ ປະຊາຊົນ ຢູ່ດີ – ກິນດີ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ.
ທ່ານ ອຸທິນ ສິງຄຳ ນາຍບ້ານໆໂພນທອງ ໄດ້ຂຶ້ນຜ່ານບົດລາຍງານ ການສ້າງບ້ານພັດທະນາໂພນທອງ ເປັນບ້ານປະຊາຊົນ ຢູ່ດີ-ກິນດີ ໂດຍຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານໃນການນຳພາ ພັດທະນາບ້ານ, ບ້ານໂພນທອງ ແລະ ຍົກໃຫ້ເຫັນທີ່ຕັ້ງ,ຈຸດພິເສດຂອງບ້ານ ເຊິ່ງບ້ານໂພນທອງປະກອບມີ 5 ຄຸ້ມຄື: ຄຸ້ມໂພນທອງ, ຄຸ້ມໂພນແກ້ວ, ຄຸ້ມໂນນດູ່, ຄຸ້ມໂພນໄຊ, ຄຸ້ມໂພນຄຳ ມີຈຳນວນ 993 ຫຼັງຄາ, 955 ຄອບຄົວ, ພົນລະ ເມືອງ 6.501 ຄົນ ຍິງ 3.162 ຄົນ.
ການສ້າງບ້ານພັດທະນາໂພນທອງ ເປັນບ້ານປະຊາຊົນຢູ່ດີ- ກິນດີ ແມ່ນຈັດຕັ້ງປະຕິບັດຕາມ 3 ຂັ້ນຕອນ, 6 ເນື້ອໃນ, 9 ມາດຖານ, 25 ໃບຢັ້ງຢືນ ທີ່ຄະນະພັກຂັ້ນເທິງວາງອອກ ໄດ້ຢ່າງຄົບຖ້ວນ, ໄດ້ຮັບການຊີ້ນຳໆພາຢ່າງໃກ້ສິດຈາກຄະນະພັກເມືອງໂພນທອງ; ຄະນະພັກບ້ານ, ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າພາຍໃນບ້ານ ມີຄວາມສາມັກຄີຮັກແພງກົມກຽວ ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມໃນການຂະບວນການຕ່າງໆ ເຊິ່ງໄດ້ເຮັດໃຫ້ການ ສ້າງບ້ານໂພນທອງ ເປັນບ້ານພັດທະນາປະຊາຊົນຢູ່ດີ-ກິນດີ ສາມາດບັນລຸໄດ້ ຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ຖວທ ເມືອງໂພນທອງ