ປີ2024 ເກີດໄພພິບັດ 69 ຄັ້ງມູນຄ່າເສຍຫາຍ 6.747 ກວ່າຕື້ກີບ

0
135

ປີ2024ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດທັງໝົດ 69 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, 147 ເມືອງ, 1.730 ບ້ານ, 58.753 ຄອບຄົວ, 271.168 ຄົນ ເສຍຊີວິດ 17 ຄົນ, ບາດເຈັບ ເຮືອນເປ່ເພ 6.432 ຫຼັງ, ໂຮງຮຽນ 126 ແຫ່ງ, ສັດລ້ຽງ 4.349 ໂຕ, ເນື້ອທີ່ 41.027 ເຮັກຕາ ແລະ ຊົນລະປະທານ 118 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 6.747.509.456.029 ກີບ.

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ (ຄພສ), ມີ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮອງປະທານ ຄພສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ປະ ທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນ ຫຼວງວຽງຈັນ,  ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ:  1 ປີ ຜ່ານມາ, ຄະນະກຳມະການຄຸ້ມຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງຈະໄດ້ມາ ເພື່ອຖອດຖອນບົດຮຽນໃນການຈັດຕັ້ງປະຕິ ບັດວຽກງານການຄຸ້ມຄອງ ໄພພິບັດ, ການສ້າງຄວາມເປັນເອກະ ພາບສູງ ແລະ ສ້າງຄວາມກຽມພ້ອມຕອບໂຕ້ສຸກເສີນ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນປີ 2025 ໃນຂອບເຂດທົ່ວປະ ເທດ.

ພ້ອມນີ້ ທ່ານຍັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງພ້ອມກັນສຸມສະຕິປັນຍາເຂົ້າໃນການປຶກສາຫາລື, ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມພວກເຮົາບັນລຸຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້ໃນປີ 2024 ທີ່ຜ່ານມາ, ໄດ້ມີເຫດການໄພພິບັດທີ່ເກີດຂຶ້ນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ເຊິ່ງເຫັນໄດ້ວ່າເປັນເຫດໜຶ່ງທີ່ມີຄວາມ ຮຸນແຮງ ໂດຍສະເພາະ ເຫດການລົມພະຍຸພັດ, ດິນເຈື່ອນ, ນໍາຖ້ວມຊຸ, ນໍ້າຖ້ວມຂັງ  ແລະ ອື່ນໆ

ໃນກອງປະຊຸມ, ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມ ສົງເຄາະ ກະຊວງ ຮສສ ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນລາຍ ງານວ່າ: ໃນໄລຍະ 1 ປີຜ່ານມາ, ໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດທັງໝົດ 69 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, 147 ເມືອງ, 1.730 ບ້ານ, 58.753 ຄອບຄົວ, 271.168 ຄົນ ຍິງ 124.213 ຄົນ, ເສຍຊີວິດ 17 ຄົນ, ບາດເຈັບ 58 ຄົນ, ເຮືອນເປ່ເພ 6.432 ຫຼັງ, ເຮືອນຖືກເສຍຫາຍ 100% 110 ຫຼັງ, ໂຮງຮຽນ 126 ແຫ່ງ, ສະໜາມບິນ 1 ແຫ່ງ, ສັດລ້ຽງ 4.349 ໂຕ, ເນື້ອທີ່ 41.027 ເຮັກຕາ ແລະ ຊົນລະປະທານ 118 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 6.747.509.456.029 ກີບ. ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ, ກໍໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ເພື່ອຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງທ້າທາຍ ເພື່ອເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໃນປີ 2025 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ຕອນທ້າຍກອງປະຊຸມ ໄດ້ມີພິທີມອບຕົວເລກໂຄງການຟື້ນ ຟູແກ້ໄຂໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ  ປີ 2024 ທີ່ຜ່ານມາ. ໃນນັ້ນມີ 7 ແຂວງຄື: ແຂວງຫລວງນໍ້າທາ50 ໂຄງການ, ມູນຄ່າ  144.205.402.160 ກີບ ໃນນີ້: ດ້ານການ ຊ່ວຍເຫລືອສັງຄົມສົງເຄາະ. ດ້ານກະສິກໍາ ແລະ ປ່າໄມ້.,  ດ້ານໂຍທາທິການ ແລະ ຂົນສົ່ງ  ແລະ ດ້ານສຶກສາທິການ ແລະ ກິລາ;  ແຂວງຫົວພັນ 42 ໂຄງການ, ມູນຄ່າ 33.915.462.021 ກີບ;   ແຂວງໄຊຍະບູລີ 28 ໂຄງການ, ມູນຄ່າ  17.415.869.520 ກີບ; ແຂວງຊຽງຂວາງ 27 ໂຄງການ, ມູນຄ່າ  5.333.909.301 ກີບ; ແຂວງ ຫລວງພະບາງ 11 ໂຄງການ, ມູນຄ່າ 27.978.860.000 ກີບ;  ແຂວງ ບໍລິຄໍາໄຊ( ກັນຕາຝັ່ງເຈື່ອນ) 1 ໂຄງການ, ມູນຄ່າ 14.674.531.438 ກີບ; ແຂວງ ບໍ່ແກ້ວ ( ກະສິກໍາ) 1 ໂຄງການ, ມູນຄ່າ   424.157.200 ກີບ;  ກະຊວງ ປ້ອງກັນປະເທດ (ເຂດພັດນາຊົນນະບົດ) 4 ໂຄງການ, ມູນຄ່າ  18.624.400.000 ກີບ.

ທີ່ມາ: ຂ່າວສານຮສສ

LEAVE A REPLY

Please enter your comment!
Please enter your name here