ປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່ ຂອງສານປະຊາຊົນ 21 ສະຫາຍ

0
139

ໃນວັນທີ 21 ມັງກອນ 2025 ຜ່ານມາ ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່ ຂອງສານປະຊາຊົນຂຶ້ນ ທີ່ສານປະຊາຊົນສູງສຸດ  ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ວຽງທອງ ສີພັນດອນ  ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຊຶ່ງມີບັນດາສະຫາຍ ຄະນະພັກ-ຄະນະນໍາ ສານປະຊາຊົນສູງສຸດເຂົ້າຮ່ວມ.

ໃນການປະກາດການແຕ່ງຕັ້ງຜູ້ພິພາກສາ ຊັ້ນສີ່ ຂອງສານປະຊາຊົນຄັ້ງນີ້ປະກອບມີ 21 ສະຫາຍ ໃນພິທີທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ມີຄວາມຮູ້ຄວາມສາມາດ ໃຫ້ນັບມື້ນັບສູງ, ພ້ອມນັ້ນ ບັນດາທ່ານຜູ້ພິພາກສາຊັ້ນສີ່ ທີ່ໄດ້ຮັບການປະກາດໃນຄັ້ງນີ້ ກໍລ້ວນແຕ່ແມ່ນຄະນະນໍາ, ມີຕໍາແໜ່ງຫົວໜ້າກົມ, ຫົວໜ້າຫ້ອງການ, ປະທານຂອງສານປະຊາຊົນແຂວງ, ເຂດ ແລະ ເຄີຍເປັນຜູ້ພິພາກສາຊັ້ນສາມ ກໍໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດອ້າຍນ້ອງພະນັກງານສານໃຫ້ມີນໍ້າໃຈຮັກຊາດຮັບໃຊ້ປະຊາຊົນ ແລະ ມີຄວາມຈົງຮັກພັກດີຕໍ່ພັກ-ລັດ.

May be an image of 6 people and text

ໃຫ້ເອົາໃຈໃສ່ຄົ້ນຄວ້າພິຈາລະນາຕັດສິນຄະດີໃຫ້ຖືກຕ້ອງ, ເປັນທໍາ, ເຮັດໃຫ້ສານປະຊາຊົນເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງປະຊາຊົນ ເພາະສານເຂດ, ສານແຂວງ ເຮັດໜ້າທີ່ຕັດສິນຄະດີເປັນຂັ້ນຕົ້ນ ຊຶ່ງແມ່ນຂັ້ນທຳອິດ ເປັນປະຕູດ່ານທຳອິດໃນການບໍລິການຮັບໃຊ້ປະຊາຊົນ ຊຶ່ງຕິດພັນກັບຫຼາຍເຫດການ ຫຼື ບັນຫາຂໍ້ຄັດແຍ່ງທີ່ເກີດຂຶ້ນ, ຕິດພັນກັບປະຊາຊົນ (ຄູ່ຄວາມ) ຕິດພັນກັບບ້ານ, ກຸ່ມບ້ານໂດຍກົງ. ສະນັ້ນ, ການບໍລິການຕ້ອງເຮັດດີ, ການແກ້ໄຂຄະດີຕ້ອງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ ໝາຍວ່າເຮັດແນວໃດ (ເຮັດໃຫ້ນ້ຳໃສໄຫຼມາແຕ່ຕົ້ນນ້ຳ) ສູ້ຊົນແກ້ໄຂຄະດີໃຫ້ໄດ້ 85% ຂຶ້ນໄປ ເຮັດໃຫ້ການຂໍອຸທອນບໍ່ເກີນ 15% ເລືອກໃຫ້ໄດ້ຜູ້ພິພາກສາດີເກັ່ງ ໃຫ້ໄດ້ 25% ຂຶ້ນໄປຂອງຜູ້ພິພາກສາທັງໝົດ ໃນສານປະຊາຊົນຂອງຕົນຕາມມາດຖານກຳນົດ ແລະ ຕາມແຜນການທີ່ສະພາຮັບຮອງບໄວ້.

May be an image of 3 people and text

ເອົາໃຈໃສ່ພົວພັນປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ກັບການດຳເນີນຄະດີຂະບວນຍຸຕິທຳ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ລາຍງານ ແລະ ພົວພັນຍາດແຍ່ງຄຳຄິດເຮັດ ຈາກການນຳຂອງແຂວງ, ເມືອງບ່ອນທີ່ສານຕັ້ງຢູ່ເປັນປົກກະຕິ,  ເອົາໃຈໃສ່ຫັນລົງຮາກຖານຕາມສາຍຕັ້ງ ແລະ ສາຍຂວາງຮ່ວມກັບຂະບວນການຂອງແຂວງ, ຂອງເມືອງ, ລົງຮາກຖານຕາມສາຍຕັ້ງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນ.

May be an image of 1 person and text

ສ່ວນຢູ່ສານທ້ອງຖິ່ນ ສະເໜີໃຫ້ຄະນະພັກແຂວງ, ເມືອງ ກໍຄືການຈັດຕັ້ງທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໃຫ້ການຮ່ວມມືປະສານສົມທົບຊ່ວຍສຶກສາອົບຮົມບຳລຸງສ້າງຊ່ວຍຊຸກຍູ້, ຕິດຕາມກວດກາ ສານປະຊາຊົນ ຕາມສາຍຂວາງ, ສາຍຕັ້ງ ທາງດ້ານວິຊາສະເພາະ, ວິຊາການທາງກົດໝາຍ. ສານປະຊາຊົນສູງສຸດ ຈະຮັບຜິດຊອບ ໂດຍການພົວພັນປະສານສົມທົບແໜ້ນຊຶ່ງກັນ ແລະ ກັນ,  ຮຽກຮ້ອງໃຫ້ທຸກສະຫາຍທີ່ໄດ້ຮັບການປະກາດໃນຄັ້ງນີ້ຕ້ອງເຄົາລົບປະຕິບັດຕາມຄໍາປະຕິຍານຕົນໃນ 8 ຂໍ້ຂອງພວກສະຫາຍຢ່າງເຂັ້ມງວດ.
ຂ່າວ-ພາບ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here