ກອງປະກວດນາງສາວດອກງິ້ນບານ ຮ່ວມກັບ ຄະນະບໍລິຫານງານ ຊາວໜຸ່ມ ແຂວງບໍ່ແກ້ວ ເປີດຮັບສະໝັກນາງສາວ ເຂົ້າຮ່ວມປະກວດໃນເວທີ ນາງສາວດອກງິ້ວບານ 2025 ພາຍໃຕ້ຄໍາຂວັນ “ ບໍ່ແກ້ວມະນີລໍ້າຄ່າ ຊົມປ່າດອກງິ້ວບານ ຊົມຖໍ້ານໍ້າຍູ້ ອູ່ສາວລາວຍວນ ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສະວັນນະຜ້າຄໍາ ” ໂດຍເລີ່ມເປີດຮັບສະໝັກຈົນເຖິງວັນທີ 5 ມັງກອນ 2025 ແລະ ກ່ອນໜ້ານີ້ໄດ້ແຂ່ງຂັນຮອບຄັດເລືອກວັນທີ 7 ມັງກອນ 2024 ທີ່ ຫໍວັດທະນະທຳແຂວງ ບໍ່ແກ້ວ.
ຫຼ້າສຸດໄດ້ມີການປະກາດລາຍຊື່ ຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໃນການປະກວດ “ນາງ ສາວດອກງິ້ວບານ ປະຈໍາປີ 2025 ເຊິ່ງເປັນນາງສາວທີ່ມາຈາກທັງ 5 ເມືອງຂອງແຂວງບໍ່ແກ້ວ ກ່ອນຈະມີການປະກວດຮອບຕັດສິນ ວັນທີ 01-02 ກຸມພາ 2025 ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເທດສະການດອກງິ້ວບານ ຄັ້ງທີ 22.
ໂດຍຜູ້ເຂົ້າຮອບ 20 ຄົນສຸດທ້າຍ ມີດັ່ງນີ້:
-ຈາກເມືອງປາກທາ 2 ນ້ອງ: ນາງ ອາລິສອນ ແກ້ວວົງເດືອນ ແລະ ນາງ ວິດອນ ແກ້ວພົງສິດ
-ຈາກເມືອງຕົ້ນເຜິ້ງ 6 ນ້ອງ: ນາງ ແຕງໂມ ວັດທະນາ, ນາງ ຝ້າຍ ແສງພະຈັນ, ນາງ ສຸພັນສາ ວັນນະວົງ, ນາງ ສາຍຝົນ ວັດທະນາ, ນາງ ສີອໍາໄພ ແສນປະເສີດ ແລະ ນາງ ນີ ສຸວັນນະສີ.
-ຈາກເມືອງຫ້ວຍຊາຍ 9 ນ້ອງ: ນາງ ບຸນຄຽນ ແພງອາລຸນ, ນາງ ແພພອຍໄພລິນ ອຸດົມລິດ, ນາງ ຄໍາພາ ຈັນຕະກອນ, ນາງ ວິພາດາ ອິນພະຫຍາ, ນາງ ເກການດາ ວູ່ປັນໂຍ, ນາງ ຈັນມະນີ ອິນທະວົງ, ນາງ ວຽງວິໄລ ທອງສະບາ, ລັດສະໝີ ພົມມະຈັກ ແລະ ນາງ ວໍລະນິດ ທະລີຈັນ.
-ຈາກເມືອງຜາອຸດົມ 2 ນ້ອງ: ນາງ ສາຍຝົນ ເພັດຊະລາດ ແລະ ນາງ ຮົ່ວຈົວ ຢ່າງໄຊຄື.
-ຈາກເມືອງເມິງ 1 ນ້ອງ: ນາງ ອານິວົງ ລາວເປີ.
ຂ່າວ: Larh Creators ; ຮູບຈາກ: Miss Kapok ນາງສາວດອກງິ້ວບານ