ກວາດລ້າງ ພ້ອມສົ່ງແກ້ງຄໍເຊັນເຕີ 41 ຄົນໄປຮັບໂທດຢູ່ປະເທດຕົ້ນທາງ

0
171

ແກ້ງຄໍເຊັນເຕີຖືເປັນກຸ່ມຄົນທີ່ອັນຕະລາຍ ແລະສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍໃນແຕ່ລະປີ ເຈົ້າໜ້າທີ່ຈຶ່ງພະຍາຍາມທຸກຊ່ອງທາງ ເພື່ອກວດລ້າງກຖ່ມແກ້ງດັ່ງກ່າວໃຫ້ໝົດໄປຈາກຜືນແຜ່ນດິນລາວ.

May be an image of 7 people and text
ເພື່ອເປັນການສືບຕໍ່ໃນການລົບລ້າງ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ (call center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.  ວັນທີ 12 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບຈາກ ກົມໃຫຍ່ຕຳ ຫຼວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາກຳລັງເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ ສາມາດຈັບກຸ້ມເປົ້າໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມເຄື່ອງຂອງກາງ ຄອມພີມເຕີໂນດບຸກ 16 ໜ່ວຍ, ໂທລະ ສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງີນສົດ 306.650 ຢວນ ພ້ອມເຄື່ອງຂອງກາງອີກຈຳນວນໜຶງ.

May be an image of 4 people and text
ມາໃນວັນທີ 16 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຄະນະຮັບຜິດຊອບຈາກກົມໃຫຍ່ຕຳຫຼວດ ໄດ້ນຳຕົວພວກຖືກຫາ ຈຳນວນດັ່ງກ່າວ ພ້ອມເຄືອງຂອງກາງ ສົ່ງໃຫ້ທາງເຈົ້າໜ້າທີ່ຝ່າຍຈີນ ຢູ່ທີ່ດ່ານສາກົນ ບໍ່ເຕັ້ນ-ບໍ່ຫານ ແຂວງຫຼວງນໍ້ຳທາ.

May be an image of 9 people and text

ຕາງໜ້າຝ່າຍລາວມອບໂດຍ ພັທ ສຸກສະຫວັນ ວິລະວົງ ຮອງຫົວໜ້າກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ແລະ ຕາງໜ້າຝ່າຍຈີນກ່າວຮັບໂດຍ ທ່ານ ພັອ ຈ່າງ ຊົງເລຍ ຮອງຜູ້ອຳນວຍການ ພະແນກປ້ອງກັນຄວາມສະຫງົບ ກົມຮ່ວມມືສາກົນ ແຂວງກວາງຕຸ້ງ.

May be an image of ‎9 people and ‎text that says '‎이지용원 ص 中国 玉 中 29 2010‎'‎‎
——–
ພາບ-ຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here