ຕາມຄາດ ປ່າເຢັ້ງຊາ ລໍ່ ຄວ້າລາງວັນສາຂາ ແບບຢ່າງທາງສັງຄົມ ໃນງານ Alist Star Awards 2025

0
91

ກ່ອນໜ້ານີ້ ປ່າເຢັ່ງຊາ ລໍ່ Miss Universe Laos 2022 ຖືກສະເໜີຊື່ເປັນ 1 ໃນ 8 ບຸກຄົນທີ່ໄດ້ລຸ້ນລາງວັນສາຂາ ແບບຢ່າງທາງສັງຄົມ ໃນງານ Alist Star Awards 2025 ຈາກຜົນງານການເປັນຄູສອນ, ກ້າວເປັນ Miss Universe Laos 2022 ແລະ ຕໍ່ຈາກນັ້ນກໍໄດ້ສ້າງຄຸນງາມຄວາມດີຫຼາຍໆຢ່າງ ຈົນໄດ້ຮັບລາງວັນຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ມອບຫຼຽນ ຊາວໜຸ່ມຕະລຸມບອນ ແລະ ລວມທັງຍັງເປັນສ່ວນສໍາຄັນໃນການສ້າງໂຄງການດີໆຫຼາຍໆດ້ານ.

ຫຼ້າສຸດ ໃນອາທິດທີ່ຜ່ານມາ ໄດ້ມີການ ປະກາດຢ່າງເປັນທາງການໃນວັນທີ 18 ມັງກອນ 2025 ໂດຍມີຈໍານວນ 8 ທ່ານເຂົ້າຮ່ວມລຸ້ນລາງວັນດັ່ງກ່າວ ດັ່ງນີ້:
1. ປ່າເຢັ່ງຊາ ລໍ່ (ໂຄງການຊ່ວຍເຫລືອສິດທິແມ່ຍິງແລະປະຊາສຳພັນໂຄງການປື້ມເພື່ອເດັກ)
2. ອິນທີ ເດືອນສະຫວັນ (ໂຄງການສິ່ງແວດລ້ອມແບບຢືນຍົງ ແລະ ບ່ອນທ່ອງທ່ຽວແບບຢືນຍົງ)
3. Muay Sananya vks (ໂຄງການຊ່ວຍເຫຼືອແມ່ຍິງແລະເດັກນ້ອຍ ແລະຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
4. Chandaly sitphaxay (ທ່ານຫມໍລົງຊຸມຊົນອາສາ, ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
5. MIT PASA (ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
6. Jennie tonkham (ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
7. ລູກນ້ຳ ທິດາລັດ (ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
8. JOJO Miracle (ໂຄງການຊ່ວຍເຫຼືອນ້ຳຖ້ວມ, ຄອນເສີດໃຫຍ່ລະດົມທຶນ)

ກ່ອນທີ່ຝ່າຍຈັດຈະປະກາດລາງວັນສາຂາ ແບບຢ່າງທາງສັງຄົມ ໃນງານ Alist Star Awards 2025 ຕົກເປັນຂອງ ປ່າເຢັ່ງຊາ ລໍ່ ຫຼັງໄດ້ຮັບລາງວັນ ປ່າເຢັ່ງຊາ ລໍ່ ເປີດໃຈວ່າ: ຖືເປັນກຽດຢ່າງສູງທີ່ໄດ້ຮັບລາງວັນສ້າງຊື່ສຽງໃຫ້ປະເທດ ແລະ ສ້າງຄວາມພາກພູມໃຈຢ່າງສູງໃຫ້ແກ່ຂ້າພະເຈົ້າ ແລະ ຄອບຄົວວົງຕະກຸນ ທີ່ໄດ້ມີສ່ວນຮ່ວມ ໃນການສ້າງຊື່ສຽງໃຫ້ປະເທດຊາດ ແລະ ແຜ່ນດິນເກີດປະເທດລາວ ທີ່ແສນຮັກແຫ່ງນີ້.

ຂ້າພະເຈົ້າຂໍຂອບໃຈ ທ່ານປະທານ, ທ່ານຜູ້ອໍານວຍການໃຫຍ່, ທີມງານເບື້ອງໜ້າ ແລະ ເບື້ອງຫຼັງ ທີ່ຈັດງານ Alist Star Awards 2025 Power by 1664 Blanc ເນື່ອງໃນໂອກາດຄົບຮອບ 7 ປີ ກໍ່ຕັ້ງບໍລິສັດ A-List Talent Agency ຂໍຂອບໃຈຄະນະກໍາມະການ ພ້ອມດ້ວຍມວນຊົນທີ່ໂຫວດໃຫ້ຂ້າພະເຈົ້າ, ຖືເປັນລາງວັນທໍາອິດທີ່ໄດ້ຮັບຈາກວົງການບັນເທີງ ນັບແຕ່ກ້າວຂາເຂົ້າສູ່ວົງການໃນປີ 2022, ຂໍຂອບໃຈທຸກທ່ານ ທີ່ໃຫ້ໂອກາດ ແລະ ຍັງເຫັນຄຸນຄ່າໃນສິ່ງທີ່ຂ້າພະເຈົ້າເຮັດຜ່ານມາ.

ພິເສດ: ຂໍຂອບໃຈພໍ່ແມ່ພີ່ນ້ອງ ເອື້ອຍຮັກ ອ້າຍແພງ ແລະ ແຟນຄລັບທີ່ໜ້າຮັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ຍັງສົ່ງເສີມ ແລະ ໃຫ້ກໍາລັງໃຈຂ້າພະເຈົ້າຕະຫຼອດມາ ບໍ່ວ່າຈະເກີດຫຍັງຂຶ້ນ ກໍຍັງຮັກ ແລະ ສົ່ງເສີມຂ້າພະເຈົ້າສະເໝີມາ ຂ້າພະເຈົ້າຈະຂໍຈາລຶກບຸນຄຸນຂອງບັນດາທ່ານໄວ້ຕະຫຼອດໄປ ແລະ ຈະຂໍປະກອບສ່ວນ ເຮັດວຽກເພື່ອປະເທດຊາດແຜ່ນດິນເກີດໃຫ້ຫຼາຍຍິ່ງໆຂຶ້ນໄປ.
ຂ່າວ: Larh Creators; ຮູບຈາກ: Alist Star Awards

LEAVE A REPLY

Please enter your comment!
Please enter your name here