ຂ່າວຕ່າງປະເທດລາຍງານວ່າ: ພິທີສາບານຕົວຂຶ້ນຮັບຕຳແໜ່ງ ປະທານາທິບໍດີອາເມຣິກາ ໄດ້ມີຂຶ້ນໃນວັນທີ 20 ມັງກອນ 2025 ທີ່ຫໍລັດຖະສະພານະຄອນຫຼວງວໍຊິງຕັນ ປະເທດອາເມຣິກາ, ໂດຍທ່ານ ໂດໂນ ທຣຳ ຜູ້ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອາເມຣິກາຄົນທີ 47.
ການຂຶ້ນຮັບຕຳແໜ່ງຂອງ ທ່ານ ໂດນັນ ທຣຳ ທ່ານໄດ້ກ່າວປາຖະກະຖາປະກາດຍຸບລັດຖະດຳລັດຂອງລັດຖະບານໂຈໄບເດັນ ເກືອບ 80 ສະບັບ. ໃນນັ້ນ, ອາເມຣິກາຈະຖອນຕົວອອກຈາກສັນຍາປາຣີກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ພ້ອມກັນນັ້ນ, ທ່ານ ໂດໂນ ທຣໍາ ໄດ້ປະກາດຈະລົງນາມໃນລັດຖະດໍາລັດຕ່າງໆ ຊຶ່ງລວມທັງການປະກາດເຂດຊາຍແດນພາກໃຕ້ຂອງປະເທດເຂົ້າສູ່ພາວະສຸກເສີນ, ຍົກເລີກນະໂຍບາຍໃຫ້ສິດທິພິເສດຕໍ່ລົດທີ່ໃຊ້ພະລັງງານໄຟຟ້າ ເພື່ອກອບກູ້ອຸດສາຫະກຳລົດຍົນດັ້ງເດີມຂອງອາເມຣິກາ; ສ້າງຕັ້ງອົງການພາສີຕໍ່ຕ່າງປະເທດ, ເພີ່ມພາສີຕໍ່ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດ ແລະ ອື່ນໆ.