“ ຮ້ານທຳອິດໃນລາວຄາດວ່າຈະເປີດກາງປີ 2025 ຕາມມາດ້ວຍການຂະຫຍາຍໄປປະເທດກຳປູເຈຍ ແລະ ມຽນມາ ”
ວັນທີ 16 ມັງກອນ 2025 ນີ້, ອິດິຢາ ຄາເຟ່ (Ediya Coffee) ໄດ້ປະກາດບາດກ້າວອັນສຳຄັນໃນການຂະຫຍາຍຕະຫຼາດສູ່ຂົງເຂດອາຊີຕາເວັນອອກສຽງໃຕ້ ໂດຍການລົງນາມໃນສັນຍາ ກັບ ກຸ່ມບໍລິສັດໂຄລາວ ( Kolao Group ); ພິທີລົງນາມໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ຂອງກຸ່ມບໍລິສັດໂຄລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນຈຸດເລີ່ມຕົ້ນຂອງແຜນຂະຫຍາຍກິດຈະການຂອງ Ediya Coffee ທີ່ຈະເຂົ້າສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້ເຊັ່ນ: ລາວ, ກຳປູເຈຍ ແລະ ມຽນມາ.

ກາເຟ Ediya, ເປັນລະບົບແຟຣນຊາຍ (Franchise) ທີ່ໂດດເດັ່ນຂອງເກົາຫຼີໃຕ້ທີ່ສ້າງຕັ້ງຂຶ້ນໃນປີ 2001, ໄດ້ກ້າວເຂົ້າສູ່ຕະຫຼາດຫຼາຍປະເທດທົ່ວໂລກ ໂດຍເນັ້ນລາຄາທີ່ເໝາະສົມ, ປ່ຽມລົ້ນຄຸນນະພາບ ແລະ ແທດເໝາະຍຸກສະໄໝ ເຊິ່ງການຮ່ວມມືກັບ ກຸ່ມບໍລິສັດໂຄລາວ, ຖືເປັນບາດກ້າວສໍາຄັນໃນການຂະຫຍາຍພື້ນທີ່ເຂົ້າເຖິງຊຸມຊົນ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງກິດຈະການບໍລິສັດໂຄລາວ ທີ່ຫຼາກຫຼາຍ ແລະ ກວ້າງຂວາງໃນປັດຈຸບັນ.
ຜ່ານຂໍ້ຕົກລົງດັ່ງກ່າວ, ກາເຟ Ediya ມີແຜນຈະເປີດຮ້ານທຳອິດໃນລາວໃນເດືອນມິຖຸນາ 2025ທີ່ຈະມາເຖິງ; ຈາກນັ້ນແມ່ນຈະຂະຫຍາຍໄປປະເທດກຳປູເຈຍ ແລະ ມຽນມາ. ສະເພາະ ສປປ ລາວ ໄດ້ຖືກກຳນົດວ່າເປັນຕະຫຼາດຫຼັກ ເນື່ອງຈາກອັດຕາການເຕີບໂຕທາງດ້ານເສດຖະກິດສູງ ແລະ ຕະ ຫຼາດກາເຟທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຄວາມສໍາພັນທີ່ດີ ແລະ ກວ້າງຂວາງໃນທ້ອງຖິ່ນຂອງກຸ່ມບໍລິສັດໂຄລາວຈະເປັນຂົວຕໍ່ທີ່ສໍາຄັນໃນການສະໜັບສະໜູນການເຂົ້າສູ່ຕະຫຼາດທີ່ໝັ້ນຄົງຂອງ Ediya Coffee ໂດຍບໍລິສັດ ວາງແຜນທີ່ຈະພັດທະນາລາຍການທີ່ເໝາະສົມກັບຕະຫຼາດທ້ອງຖິ່ນ ເພື່ອສ້າງເອກະລັກດ້ານລົດຊາດຕອບໂຈດຜູ້ບໍລິໂພກໃນອາຊີຕາເວັນອອກສຽງໃຕ້.
ຜູ້ຕາງຫນ້າ Ediya Coffee ໄດ້ສະແດງຄວາມເຊື່ອຫມັ້ນໃນການຮ່ວມມື, ໂດຍກ່າວວ່າ: ” ອີງໃສ່ຄວາມສໍາເລັດຂອງພວກເຮົາໃນຕະຫຼາດຕ່າງປະເທດ, ພວກເຮົາມີຄວາມເຊື່ອໝັ້ນໃນການຂະຫຍາຍຕະຫຼາດສູ່ອາຊີຕາເວັນອອກສຽງໃຕ້; ພວກເຮົາຈະພະຍາຍາມສຸດຄວາມສາມາດທີ່ຈະສ້າງຕັ້ງ Ediya Coffee ໃຫ້ເປັນຍີ່ຫໍ້ກາເຟ ທີ່ເປັນຕົວແທນຂອງເກົາຫລີໂດຍຜ່ານການຮ່ວມມືຂອງພວກເຮົາກັບ Kolao Group.”

ຕະຫຼາດກາເຟໃນອາຊີຕາເວັນອອກສຽງໃຕ້ໄດ້ຂະຫຍາຍຕົວຢ່າງໄວວາ, ຍ້ອນການປ່ຽນແປງຂອງຜູ້ບໍລິໂພກ, ປະກອບກັບການພັດທະນາຫັນເປັນຕົວເມືອງ ແລະ ອິດທິພົນຂອງວັດທະນະທໍາກາເຟທົ່ວໂລກ ເຊິ່ງການຮ່ວມມືກັບກຸ່ມບໍລິສັດໂຄລາວຂອງ Ediya Coffee ໃນຄັ້ງນີ້, ມີຄວາມຄາດຫວັງວ່າຈະເປີດທາງໃຫ້ ກາເຟ ອິດິຢາ ສ້າງຕົນເອງເປັນທີ່ໂດດເດັ່ນໃນຕະຫຼາດກາເຟອາຊີຕາເວັນອອກສຽງໃຕ້, ເປັນຕົວແທນຂອງວັດທະນະທໍາກາເຟເກົາຫຼີໃນເວທີສາກົນ.
