ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ຈັດກອງປະຊຸມເມື່ອວັນທີ 17 ມັງກອນນີ້ ທີ່ຫ້ອງປະຊຸມ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ກໍໄດ້ມີການລາຍງານຜົນງານການເຄື່ອນໄຫວ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍສະເພາະ ວຽກງານການເງິນຂອງ ຄອລ ປະຈໍາປີ 2024, ການຈັດຕັ້ງປະຕິບັດກອງທຶນສົ່ງເສີມກິລາສູ່ໂອແລມປິກ, ວຽກງານກໍາມະການເຕັກນິກ, ວຽກງານກໍາມະການນັກກິລາ ລວມທັງ ການລາຍງານໂດຍຫຍໍ້ຂອງ 4 ສະຫະພັນກິລາທີ່ມີການເຄື່ອນໄຫວພົ້ນເດັ່ນໃນປີ 2024 ຂອງສະຫະພັນບານເຕະແຫ່ງຊາດ, ສະຫະພັນປິ່ງປ່ອງແຫ່ງຊາດ, ສະຫະພັນເພາະກາຍແຫ່ງຊາດ, ສະຫະພັນເປຕັງແຫ່ງຊາດ ແລະ ສະຫະພັນໝາກແລ້ແຫ່ງຊາດ.
ໃນປີ 2024 ຜ່ານມາ ເຖິງວ່າຈະພົບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄະນະກຳມະການໂອແລມປິກແຫ່ງຊາດລາວ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ທັງວຽກງານບໍລິຫານ, ການເງິນ, ການຮ່ວມມືສາກົນ ແລະ ວຽກງານພັດທະນາບຸກຄະລາກອນ, ພົ້ນເດັ່ນຄືການສົ່ງນັກກິລາເຂົ້າຮ່ວມງານມະຫະກຳກິລາໂອແລມປິກສາກົນ 2024 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ນັກກິລາເພາະກາຍລາວ ສ້າງປະຫວັດສາດໄດ້ຫຼຽນຄຳ ລາຍການ ຊິງແຊ້ມໂລກຄັ້ງທຳອິດ ທີ່ປະເທດເມົາດິບ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນແຫ່ງປີຂອງສະຫະພັນບານເຕະອາຊີ ຫຼື AFC Member Association of the Year ປະເພດ Ruby, ກິລາໝາກແລ້ຖືກບັນຈຸເຂົ້າຊິງຫຼຽນໃນງານກິລານັກຮຽນທົ່ວປະເທດຄັ້ງທຳອິດ ທີ່ແຂວງສາລະວັນ, ສະຫະພັນປິ່ງປ່ອງແຫ່ງຊາດ ສຳເລັດການເປັນເຈົ້າພາບປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ລະດັບໂລກຄັ້ງທຳອິດ ລາຍການ WTT Youth Contender, ສ່ວນສະຫະພັນເປຕັງແຫ່ງຊາດ ກໍນຳພາຄະນະນັກກິລາຄວ້າ 3 ຫຼຽນຄຳ 2 ຫຼຽນເງິນ 4 ຫຼຽນທອງ ໃນງານກິລາມະຫາວິທະຍາໄລອາຊຽນ ທີ່ອິນໂດເນເຊຍ.
ສ່ວນການເຄື່ອນໄຫວໃນປີ 2025 ຈະສືບຕໍ່ເປັນເສນາທິການ ປະສານງານ ທຸກຂົງເຂດວຽກງານທີ່ກ່ຽວຂ້ອງ ເພື່ອປັບປຸງ, ຍົກລະດັບ ແລະ ພັດທະນາ ກິລາລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ພົ້ນເດັ່ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ກຽມຄວາມພ້ອມເຂົ້າຮ່ວມຊິງໄຊ ໃນຊີເກມ ຄັ້ງທີ 33 ທີ່ປະເທດໄທ ແລະ ກຽມຮ່ວມຈັດງານກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ