ໃນຕອນເຊົ້າຂອງວັນທີ 21 ມັງກອນ 2025 ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມເຮັດວຽກທາງການ ແຕ່ວັນທີ 21-23 ມັງກອນ 2025 ເຊິ່ງຖືກຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ MIYASHITA Tadayuki ຫົວໜ້າກົມພິທີການທູດ ກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ຄະນະ.
ການຢ້ຽມຢາມຄັ້ງນີ້ ແມ່ນຕອບຮັບຕາມການເຊື້ອເຊີນຂອງ ພະນະທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.
ໃນໄລຍະເຄື່ອນໄຫວຢ້ຽມຢາມຢູ່ປະເທດຍີ່ປຸ່ນຄັ້ງນີ້ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມຸງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງ ປະເທດຍີ່ປຸ່ນ ພົບປະສຸດຍອດສອງຝ່າຍກັບ ພະນະທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ລາວ-ຍີ່ປຸ່ນ; ແລະ ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ.