ລວມພົນຄົນຮັກກີລາເທັນນິດລາວ ເອົາຊະນະ ລວມພົນຄົນຮັກເທັນນິດ 7 ແຂວງ ພາກອີສານ ໄທ ແຂ່ງຂັນເທັນນິດ ມິດຕະພາບ ລາວ-ໄທ ຄັ້ງທີ 2

0
100

ທີມລວມພົນຄົນຮັກກີລາເທັນນິດ ຊຶ່ງມາຈາກບັນດາສະໜາມກີລາ ແລະ ສະໂມສອນຕ່າງໆ ອ້ອມຂ້າງສູນກາງ ໃນສປປ ລາວ ສາມາດໄລ່ເອົາຊະນະ ບັນດານັກກີລາທີ່ມາຈາກ 7 ແຂວງ ຫຼື 7 ຈັງຫວັດ ຈາກພາກອີ່ສານ ປະເທດໄທ ໄປແບບຫວຸດ 18-17 ຄູ່ ຄວ້າແຊ໋ມການແຂ່ງຂັນກີລາ ມິດຕະພາບ ລາວ-ໄທ ຄັ້ງທີ 2 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມຂອງພໍ່ແມ່ປະຊາຊົນຈາກສອງລາວ-ໄທ ກໍຄື ບັນດານັກກີລາເທັນນິດ ທັງຮຸ່ນຊາວໜຸ່ມ-ອາວຸໂສສອງຊາດດັ່ງກ່າວ ນັບມື້ເຕີບໃຫຍ່ກວ້າງຈວາງຂຶ້ນກວ່າເກົ່າ.

ການແຂ່ງຂັນກີລາເທັນນິດ ມິດຕະພາບ ລາວ-ໄທ ຄັ້ງທີ 2 ຈັດຂຶ້ນ ເມື່ອວັນທີ 18 ມັງກອນ ຜ່ານມາ ທີ່ສູນກີລາຄົບວົງຈອນ ອາໂນໄທ ສະປອດຕິ້ງ ຄລັບ ໃຫ້ກຽດເຂົ້າຮ່ວມມີທ່ານ ອາແຊນ ອາໂນໄທ ເຈົ້າຂອງສະໜາມ ອາໂນໄທ ສະປອດຕິ້ງ ຄລັບ ແລະ ທ່ານ ເມດ ມະນິລັດ ຜູ້ຈັດການທີມເທັນນິດ 7 ແຂວງ ພາກອີສານ ໄທ ມີບັນດານັກກີລາຂອງທັງສອງຊາດດັ່ງກ່າວເຂົ້າຮ່ວມແຂ່ງຂັນຢ່າງຄືກຄື້ນ ເບີກບານ ແລະ ມ່ວນຊື່ນ.

ທ່ານ ອາແຊນ ອາໂນໄທ ໃຫ້ສໍາພາດ ການແຂ່ງຂັນລາຍການນີ້ ນອກຈາກຈະສ້າງຄວາມຜູກແໜ້ນສາມັກຄີຮັກແພງແບບອ້າຍເອື້ອຍ, ນ້ອງ ແລະ ນ້ອງ ເອື້ອຍ ອ້າຍແລ້ວ ກໍຍັງເຮັດໃຫ້ນັກກີລາໄດ້ແລກປ່ຽນ ແລະ ຖ່າຍທອດທັກສະໃນການຫຼິ້ນກີລາເທັນນິດອີກດ້ວຍ ການແຂ່ງຂັນມີທັງໝົດ 35 ຄູ່ ຜ່ານການແຂ່ງຂັນຜົນປະກົດວ່າ ລວມພົນຄົນຮັກກີລາເທັນນິດລາວ ສາມາດໄລ່ເອົາຊະນະ ລວມພົນຄົນຮັກເທັນນິດ 7 ແຂວງ ພາກອີສານ ໄທ ໄປແບບຫວຸດ 18-17 ຄູ່ ຄວ້າຂັນລາງວັນຊະນະເລີດໄປຄອງ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here