ປີ 2024 ບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ ຜະລິດເປັນໂລຫະຄໍາໄດ້ 178,557ອອນ ແລະ ໂລຫະທອງໄດ້ 6,014 ໂຕນ

0
147

ໃນວັນທີ 9 ມັງກອນ 2025 ຄະນະທີມງານວິຊາການຈາກກົມຄຸ້ມຄອງບໍ່ແຮ່, ຊຶ່ງນໍາພາໂດຍ ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບ ພະແນກພະລັງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງວິລະບູລີ ລົງຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ, ຄໍາ ຢູ່ເຂດເມືອງວິລະບູລີ, ແຂວງສະຫວັນນະເຂດ ຂອງບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ ໂດຍໄດ້ຮັບການຕ້ອນຮັບຈາກ ຄະນະຜູ້ອຳນວຍການ ແລະ ພະນັກງານປະຈຳພາກສະໜາມຂອງໂຄງການຂຸດຄັ້ນ ແລະ ປຸງແຕງແຮທາອງ-ຄຳ ເຊໂປນ.

ບໍລິສັດ ລ້ານຊ້າງມິເນໂຣນ ລີມິເຕັດ ເປັນບໍລິສັດລົງທຶນຈາກຕ່າງປະເທດ (ສປ.ຈີນ 90% ແລະ ລັດຖະບານລາວ 10%) ຊຶ່ງໄດ້ຮັບອະນຸຍາດສໍາຫຼວດ, ຂຸດຄົ້ນ ແລະ ຜະລິດແຮ່ທອງ, ຄໍາ ຢູ່ເຂດເມືອງວິລະບູລີ, ແຂວງສະຫວັນນະເຂດ ຈາກລັດຖະບານ ຄັ້ງວັນທີ 15 ມິຖຸນາ 1993 ໃນຮູບແບບຂອງສັນຍາ MEPA ໂດຍບໍລິສັດໄດ້ເລີ່ມດໍາເນີນການຂຸດຄົ້ນ ແລະ ຜະລິດ ໃນປີ 2003; ມາຮອດປະຈຸບັນ ບໍລິສັດກໍາລັງດໍາເນີນການຂຸດຄົ້ນ ເປັນປົກກະຕິ ຢູ່ 7 ເຂດ.

ສໍາລັບວຽກງານການຂຸດຄົ້ນບໍ່ໃຕ້ດິນ (Underground Mining) ແມ່ນດໍາເນີນຢູ່ເຂດ Discovery East Deep Decline ໂດຍດໍາເນີນການຂຸດຄົ້ນ ຈາກລະດັບຄວາມເລິກ (ປາກອຸມົງ) 1840 ແມັດ (ຈາກລະດັບໜ້ານໍ້າທະເລ). ມາຮອດປະຈຸບັນ ບໍລິສັດ ໄດ້ດໍາເນີນການຂຸດຄົ້ນຮອດລະດັບຄວາມເລິກ 1660 ແມັດ (ຈາກລະດັບໜ້ານໍ້າທະເລ) ຫຼື ເລິກປະມານ 180 ແມັດ ຈາກໜ້າດິນ.

ໃນປີ 2024 ບໍລິສັດໄດ້ດໍາເນີນການຂຸດຄົ້ນ ແຮ່ຄໍາ-ທອງຈາກບໍ່ເປີດໜ້າດິນ ປະມານ 22,176,814 ໂຕນ ແລະ ແຮ່ຄໍາຈາກບໍ່ໃຕ້ດິນ ປະມານ 821,388 ໂຕນ, ຜະລິດເປັນໂລຫະຄໍາໄດ້ 178,557.69 ອອນ ແລະ ໂລຫະທອງໄດ້ 6,014 ໂຕນ; ໂດຍບໍລິສັດຈະມອບພັນທະທາງດ້ານການເງິນໃຫ້ລັດ ປະມານ 70.4 ລ້ານໂດລາສະຫະລັດ (ປະຈຸບັນ ບໍລິສັດ ກໍາລັງສົມທົບກະຊວງການເງິນ ສະຫຼຸບປະຈໍາປີ).

 

ໃນຂັ້ນຕອນຕໍ່ໄປ ຄະນະທີມງານວິຊາການກົມຄຸ້ມຄອງບໍ່ແຮ່ ຈະໄດ້ລົງເລິກກວດກາຕິດຕາມ ວຽກງານການພັດທະນາຊຸມຊົນຂອງໂຄງການດັ່ງກ່າວເປັນອັນສະເພາະ. ນອກຈາກນັ້ນ, ຄະນະທີມງານວິຊາການຈາກກົມຄຸ້ມຄອງບໍ່ແຮ່ ຍັງໄດ້ສືບຕໍ່ລົງຊຸກຍູ້ຕິດຕາມ ບັນດາໂຄງການ ຂຸດຄົ້ນ ຫີນກາວ, ແຮ່ເຫຼັກ, ແຮ່ຄໍາເຄົ້າ ແລະ ແຮ່ຄໍາຕົກຂ້ອນ ທີ່ໄດ້ສິ້ນສຸດການຂຸດຄົ້ນ ເພື່ອເປັນບ່ອນອີງໃນການອອກໃບຢັ້ງຢືນການສົ່ງເນື້ອທີ່ຕາມລະບຽບການ.

ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່

 

LEAVE A REPLY

Please enter your comment!
Please enter your name here