ຜູ້ປະກອບການເກືອບ200ຮ້ານກຽມນໍາອາຫານມາວາງຂາຍໃນເທດສະການອາຫານລາວຄັ້ງທີ20 ທີ່ຈະເປີດຂຶ້ນເປັນທາງການໃນລະຫວ່າງວັນທີ 22-26 ມັງກອນ 2025 ທີ່ສວນເຈົ້າອານຸວົງ ແຄມຂອງນະຄອນຫຼວງວຽງຈັນພາຍໃຕ້ຄໍາຂວັນ: “ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ.”
ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ປະທານຄະນະກໍາມະການ ຈັດງານເທດສະການອາຫານລາວ 2025 ໄດ້ກ່າວວ່າ:
ຈຸດປະສົງຂອງການຈັດງານເທດສະການອາຫານລາວ ເພື່ອຄໍານັບຮັບຕ້ອນ ຄົບຮອບ 20 ປີ ຂອງການຈັດຕັັ້ງງານເທດສະການອາຫານລາວຂອງສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສ້າງຂະບວນການເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງໃນປີ 2025 ນີ້; ເພື່ອສືບຕໍ່ອະນຸລັກ ວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ແລະ ສາມາດຂາຍຜ່ານລະບົບອອນລາຍໃນຍຸກດິຈິຕອນໄດ້ ເພື່ອສ້າງລາຍຮັບຂອງ ຜູ້ປະກອບການແມ່ຍິງລາວກ່ຽວກັບອາຫານໃຫ້ເປັນປົກກະຕິ; ເພື່ອເສີມຂະຫຍາຍຄວາມສາມັກຄີ, ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກພາຍໃນສະມາຄົມນັກທຸລະກິດຍິງດ້ວຍກັນ ແລະ ຜູ້ປະກອບການແມ່ຍິງທາງດ້ານອາຫານໃນທົ່ວປະເທດ ແລະໃນຕ່າງປະເທດ, ສາມາດສ້າງເປັນແບຣນ (BRAND) ອາຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນ ແລະໃຫ້ເປັນທີ່ຮູ້ຈັກແລະແຜ່ຫຼາຍທັງພາຍໃນ ແລະຕ່າງປະເທດ;ໂຄສະນາ ແລະສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າການບໍລິໂພກອາຫານລາວແມ່ນສະອາດ ແລະປອດໄພ.
ພາຍໃນງານ ມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະອາຫານນາໆຊາດ ມາວາງຂາຍຫຼາຍກວ່າ 180 ຮ້ານໃນນັ້ນ, ອາຫານເອກກະລັກຈາກແຂວງຕ່າງໆ ແລະ ຈາກຜູ້ສະໜັບສະໜູນງານລວມ 160 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະກະສິກໍາ 20 ຮ້ານ ເຊິ່ງຈະມີກໍາລັງຊື້ ແລະ ເງິນສະພັດພາຍໃນງານ ຫຼາຍກວ່າ 10 ຕື້ຕີບ.
ນອກຈາກການວາງສະແດງ-ຂາຍອາຫານລາວ, ພາຍໃນງານຍັງຈະການສະແດງສິລະປະວັນຄະດີ, ການຕົບແຕ່ງເຮືອນຄົວລາວ, ການແຂ່ງຂັນ “ພາເຂົ້າທ່ຽງອາຫານລາວ” (Lao Food lunch), ການສໍາມະນາ “ອາຫານລາວ ເພື່ອສຸຂະພາບ” (Healthful eating) ແລະ ກິດຈະກຳອື່ນໆອີກ.