ສຸດມັນ ບີໄອເອັສ ດວນຈຸດໂທດ ຊະນະ ເດັກພວນ ຄວ້າແຊັມບານເຕະ ຊີງຂັນປະທານກຸ່ມການສຶກສາ ສະຖາບັນບຸນເກີດສຶກສາ

0
63

ເຈົ້າພາບ ບີໄອເອັສ ທີມຈາກ ນະຄອນຫຼວງວຽງຈັນ ດວນຈຸດໂທດຊະນະ ເດັກພວນ ຈາກແຂວງຊຽງຂວາງ 3-2 ປະຕູ ຫຼັງສະເໝີໃນເວລາປົກກະຕິ 1-1 ຄວ້າແຊັມການແຂ່ງຂັນເຕະບານເຍົາວະຊົນ ຢູ-12 (ເດີ່ນ 11 ຄົນ) ຊີງຂັນປະທານກຸ່ມການສຶກສາ ສະຖາບັນບຸນເກີດສຶກສາ ໄປຄອງເມື່ອວັນທີ 19 ມັງກອນ 2025 ທີ່ສະໜາມກິລາບານເຕະຫຍ້າທຽມ ສະຖາບັນດັ່ງກ່າວ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ລາຍການດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 18-19 ມັງກອນ 2025 ທີ່ສະໜາມກິລາບານເຕະຫຍ້າທຽມ ສະຖາບັນດັ່ງກ່າວ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີ 8 ພາກສ່ວນເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລອກເອົາພຽງ 2 ທີມ ອັນດັບທີ 1 ແລະ ອັນດັບທີ 2 ເຂົ້າຮອບ 4 ທີມສຸດທ້າຍ ລາຍການນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 74 ປີ ແລະ ສົ່ງເສີມຫຼານນ້ອຍກ້າວສູ່ຄວາມໄຝ່ຝັນຢາກຮັບໃຊ້ຊາດໃນອະນາຄົດ.

ຜ່ານການແຂ່ງຂັນປາກົດວ່າ:
– ຊະນະເລີດ ເຈົ້າພາບ ບີໄອເອັດ ເອັບຊີ ໄດ້ຮັບຂັນແຊັມ ແລະ ຫຼຽນຄຳ
– ຮອງແຊັມ ເດັກພວນ ຈາກແຂວງຊຽງຂວາງ ໄດ້ຮັບຫຼຽນເງິນ
– ອັນດັບທີ 3 ຮ່ວມ ມາສດ້າ ຈີບີ ແລະ ເຄເອັມທີ ໄດ້ີຮັບຫຼຽນທອງ.
ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນເກີດ ສີສຸພັນທອງ ປະທານກຸ່ມການສຶກສາ ສະຖາບັນບຸນເກີດສຶກສາ

LEAVE A REPLY

Please enter your comment!
Please enter your name here