ສົມລາຄານັກກິລາຍິງປືນ ໄອພີເອັດຊີ ອັນດັບຕົ້ນໆຂອງປະເທດລາວ ອາໂນໄທ ເມືອງມະນີ ນັກກິລາຍິງປືນທີມຊາດລາວ ສາມາດຄວ້າແຊ໋ມການແຂ່ງຂັນກິລາຍິງປືນ ປະເພດປືນໂປດັກຊັນ (Production ) ການແຂ່ງຂັນຍິງປືນ ໄອພີເອັດຊິ ຊີງແຊ໋ມປະເທດລາວ ຫຼື IPSC ລາຍການທໍາອິດຂອງປີ 2025 ເພື່ອເລືອກເຟັ້ນນັກກິລາພອນສະຫວັນດີເດັ່ນເຂົ້າຮັບທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປທ້າຍປີ 2025ນີ້.
ການແຂ່ງຂັນຄັ້ງນີ້ ມີທັງໝົດ 5 ສະໜາມ ລວມທັງສະໜາມ Shoot off ໂດຍແບ່ງອອກເປັນ 2 ປະເພດຄື: Production ແລະ Standard ໂດຍນັກກິລາທຸກຄົນທີ່ເຂົ້າຮ່ວມການແຂ່ງຂັນທຸກທ່ານຕ້ອງແຕ່ງໂຕສຸພາບໃສ່ເສື້ອສູດຜູກເນັກໄທ໌ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພຸດທະສັກ ສຸກອາລຸນ ປະທານສະມາຄົມ ຍິງປືນ IPSC ລາວ ທັງເປັນຜູ້ອໍານວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ພ້ອມດ້ວຍຕາງໜ້າສະຫະພັນກີລາຍິງປືນແຫ່ງຊາດລາວ, ນັກກີລາຍິງປືນລາວ ແລະ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ພຸດທະສັກ ສຸກອາລຸນ ປະທານສະມາຄົມ ຍິງປືນ IPSC ລາວ ທັງເປັນຜູ້ອໍານວຍການສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ໃຫ້ສໍາພາດວ່າ: ການແຂ່ງຂັນຍິງປືນ ໄອພີເອັດຊີ ຊີງແຊັມປະເທດລາວ ຫຼື IPSC 2025 ຄັ້ງນີ້ຈັດຂຶ້ນເພື່ອເປັນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ເປັນການກຽມຄວາມພ້ອມ ເພື່ອເຂົ້າຮ່ວມຊີເກມ 2025 ທີ່ປະເທດໄທ ເປັນເຈົ້າພາບ ເພາະຈະມີການບັນຈຸກີລາຍິງປືນ IPSC ເຂົ້າໃນການແຂ່ງຂັນເປັນຄັ້ງທໍາອິດ.
“ ດັ່ງນັ້ນຈິ່ງຈັດລາຍການນີ້ຂຶ້ນມາເພື່ອໃຫ້ນັກກີລາໄດ້ມີການເຄື່ອນໄຫວຝຶກຊ້ອມ ແລະ ມີນັກກີລາເຂົ້າຮ່ວມເຖິງ 30 ຄົນ ໃນນັ້ນມີນັກກີລາຈາກ ສປ ຈີນ 10 ຄົນ ເຂົ້າຮ່ວມຊີງໄຊ 2 ລາຍການກໍຄື: ປືນສັ້ນ Production ແລະ ປືນສັ້ນ Standard ຫຼັງຈາກນີ້ຈະມີການຄັດເລືອກເອົານັກກີລາທີມຊາດ 3 ຄັ້ງຄື: ທ້າຍເດືອນກຸມພາ ຄັ້ງທີ 1, ທ້າຍເດືອນມີນາ ຄັ້ງທີ 2 ແລະ ທ້າຍເດືອນເມສາ ຄັ້ງທີ 3 ເປີດໃຫ້ນັກກີລາທົ່ວປະເທດເຂົ້າມາຮ່ວມ ເພື່ອເອົານັກກີລາເຂົ້າມາເກັບຕົວຝຶກຊ້ອມ ແລະ ໄປແຂ່ງຂັນລາຍການຕ່າງໆຢູ່ທີ່ປະເທດໄທ ກ່ອນລຸຍຊີເກມ ໃນທ້າຍປີນີ້ ” ປະທານສະມາຄົມ ຍິງປືນ IPSC ລາວ ກ່າວ.
ສໍາລັບ ຜົນການແຂ່ງຂັນມີດັ່ງນີ້:
+ປືນສັ້ນ Production:
-ຊະນະເລີດ: ທ່ານ ອາໂນໄທ ເມືອງມະນີ ເກັບຄະແນນໄດ້ 576,0951 ຍິງເຂົ້າເປົ້າ 100%
-ອັນດັບ 2: ທ່ານ Li LONGFEI ຈາກ ສປ ຈີນ ເກັບຄະແນນໄດ້ 562,7815 ຍິງເຂົ້າເປົ້າ 97,69%
-ອັນດັບ 3: ທ່ານ Chen YONGQING ຈາກ ສປ ຈີນ ເກັບຄະແນນໄດ້ 533,1029 ຍິງເຂົ້າເປົ້າ 92,54%
+ປືນສັ້ນ Standard:
-ຊະນະເລີດ: ທ່ານ ຫົງພະຈັນ ດາລາວົງ ເກັບຄະແນນໄດ້ 620,0000 ຍິງເຂົ້າເປົ້າ 100%
-ອັນດັບ 2: ທ່ານ ໄກສຸພົນ ທະນາໂຊກ ເກັບຄະແນນໄດ້ 516,2091 ຍິງເຂົ້າເປົ້າ 83,26%
-ອັນດັບ 3: ພະນາຣິນ ສຸວັນນະວົງ ເກັບຄະແນນໄດ້ 504,8608 ຍິງເຂົ້າເປົ້າ 81,43%
ຂ່າວ-ຮູບ: Larh Creators