ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງບໍລິສັດເບຍລາວຈຳກັດ ນຳໃຊ້ເຕັກນິກທັນສະໄໝໃສ່ຝຸ່ນຈຸລິນຊີນໍ້າໝັກຈາວປວກ

0
121

ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວ ໃນເນື້ອທີ່ກະສິກຳອິນຊີ 15 ເຮັກຕາ ທີ່ບ້ານໝາກຮຽວ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຂົ້ານາແຊງ

 

ພວມຈະເລີນເຕີບໂຕ ແລະຂຽວງາມຂຶ້ນຫຼາຍ ພາຍຫຼັງໄດ້ຮັບຈຸລິນຊີນໍ້າໝັກຈາວປວກ ເປັນຄັ້ງທີ 2 ເພື່ອບໍາລຸງລໍາຕົ້ນ, ໃບເຂົ້າ ແລະ ສ້າງຮັ່ງໄຂ່ໃຫ້ເຂົ້າອອກຮວງໃນໄລຍະ 2-3 ເດືອນຕໍ່ໜ້າ, ໃນລະດູການຜະລິດນີ້ຄາດວ່າຜົນຜະລິດຈະບັນລຸ 30 ໂຕນ.

 

ທ່ານ ແຊັດ ຄໍານົນ ຜູ້ຈັດການຝ່າຍກິດຈະກຳອົງກອນສັງຄົມ, ສິ່ງແວດລ້ອມ ແລະ ການຄຸ້ມຄອງຂອງບໍລິສັດເບຍລາວ ໃຫ້ສໍາພາດໃນວັນທີ 17 ມັງກອນ 2025 ວ່າ:

 

ເນື້ອທີ່ກະສິກຳອິນຊີດັ່ງກ່າວ ໄດ້ຮັບການທົດລອງປູກເຂົ້າໃນຮູບແບບກະສິກຳສະອາດເກືອບ 3 ປີ ແລະເປັນລະດູທີ່ 4 ທີ່ນໍາໃຊ້ກະສິກໍາອິນຊີ ປັດສະຈາກເຄມີຮ້ອຍສ່ວນຮ້ອຍ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດກະສິກຳ ເປັນຕົ້ນແມ່ນການນໍາໃຊ້ໂດຣນ ເພື່ອສີດ ຫຼື ຫົດຈຸລິນຊີນໍ້າໝັກຈາວປວກບໍາລຸງຕົ້ນເຂົ້າ ທັງນີ້ເພື່ອຊ່ວຍຫຼຸດຜ່ອນການໃຊ້ແຮງງານຄົນໄດ້ດີ.

 

ທົ່ງນາປູກເຂົ້າກະສິກຳອິນຊີຂອງບໍລິສັດເບຍລາວ ທີ່ບ້ານໝາກຮຽວ ເມືອງປາກງື່ມ ຖືເປັນຕົ້ນແບບໃນການສຶກສາປູກເຂົ້າຮູບແບບໃໝ່, ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍການນຳໃຊ້ເຕັກນິກ ແລະ ວິຊາການທີ່ທັນສະໄໝ, ການປູກເຂົ້າກະສິກຳອິນຊີ

 

ເປັນການທົດລອງໜຶ່ງທີ່ນອນໃນໂຄງ ການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດເບຍລາວ ທີ່ມີເນື້ອທີ່ຫຼາຍກວ່າ 500 ເຮັກຕາ ກວມເອົາເມືອງ ຫາດຊາຍຟອງ, ປາກງື່ມ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງເຟືອງ ແຂວງ ວຽງຈັນ

ເຊິ່ງບໍລິສັດຄາດວ່າຈະຂະຫຍາຍເນື້ອທີ່ນາໃຫ້ບັນລຸ1.000 ເຮັກຕາໃນປີນີ້.

LEAVE A REPLY

Please enter your comment!
Please enter your name here