ກອງປະຊຸມໃຫຍ່ສະໄໝສາມັນ ສຕລ ຮັບຮອງເອົາການແຂ່ງຂັນພາຍໃນ 7 ລາຍການໃນປີ 2025

0
151

ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສໍາເລັດຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 19 ມັງກອນ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກສະຫະພັນບານເຕະອາຊຽນ ກັບ ອາຊີ ລວມເຖິງຕາງໜ້າຈາກສະຫະພັນແຕ່ລະແຂວງ ແລະ ສະໂມສອນໃນລາວລີກ 1 ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນເປີດກອງປະຊຸມຢ່າງເປັນທາງການ ວ່າ: ໃນປີ 2024 ທີ່ຜ່ານມາ ສຕລ ໄດ້ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ປະຈໍາປີ 2023 ໄດ້ສໍາເລັດຫຼາຍປະການ ທີ່ພົ້ນເດັ່ນແມ່ນໃນທ້າຍປີ 2024 ທີ່ຜ່ານມາ, ສະຫະພັນບານເຕະແຫ່ງຊາດ ລາວ ໄດ້ຖືກຮັບເລືອກໃຫ້ເປັນສະຫະພັນບານເຕະດີເດັ່ນ ປະເພດ Ruby ໂດຍສະຫະພັນບານເຕະອາຊີ (AFC) ເຊິ່ງສະແດງໃຫ້ເຫັນເຖິງການຮັບຮູ້ການພັດທະນາກິລາບານເຕະໃນປະເທດລາວ ເຊິ່ງນີ້ມັນ ລາງວັນຂອງຄອບຄົວບານເຕະລາວທຸກພາກສ່ວນ. ນອກນັ້ນ ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ ຮັບກຽດເປັນເຈົ້າພາບກອງປະຊຸມໃຫຍ່ສະໄໝສາມັນ ຂອງສະຫະພັນບານເຕະອາຊຽນອີກດ້ວຍ. ຄວາມເຊື່ອໝັ້ນຂອງສາກົນຕໍ່ ສຕລ, FIFA ແລະ AFC ໄດ້ເລືອກໃຫ້ ສປປ ລາວ ເປັນສະໜາມກາງ ຈັດການແຂ່ງຂັນບານໂລກ ຮອບຄັດເລືອກ ໂຊນອາຊີ ຮອບ 2 ແລະ ຮອບ 3 ຂອງທີມຊາດ ສປປ ເກົາຫຼີ.
ພາຍໃຕ້ໂຄງການ FIFA Forward ສຕລ ສາມາດຍາດແຍ່ງທຶນສືບຕໍ່ຈັດການແຂ່ງຂັນລາວ ລີກຍິງ ແລະ ຈັດການແຂ່ງຂັນ ຊິງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນອີກ 4 ລະດູການ ຂ້າງໜ້າ ມູນຄ່າລວມ 1,100,000 ໂດລາສະຫະລັດ.
ພາຍໃຕ້ໂຄງການ AFC Enhance Programme: Stadium ສຕລ ສາມາດຍາດແຍ່ງ ທຶນຮອນມາກໍ່ສ້າງອາຄານຫໍພັກນັກກິລາ ທີ່ສູນຝຶກຈໍາປີ-ຈໍາປາ ຫຼັກ 16 ເພື່ອຮອງຮັບການຝຶກຊ້ອມ ຂອງທີມຊາດ ແລະ ສະໂມສອນ ໃຫ້ຫຼາຍຂື້ນ.
ພາຍໃຕ້ໂຄງການ AFF Member Associations Development Programme ສຕລ ສາມາດຍາດແຍ່ງທຶນຮອນມາປັບປຸງສະໜາມກິລາແຫ່ງຊາດ ຫຼັກ 16.
ການພັດທະນາບຸກຄະລາກອນພາຍໃນ, ສຕລ ໄດ້ສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບ ຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດຈົນມີ ຜູ້ຝຶກສອນຄົນລາວ ທີ່ສາມາດອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກຳມະການຕັດສິນ ລົງ ຄັດເລືອກເປັນກຳມະການຕັດສິນລະດັບສູງຂອງ AFC.
ຂໍຕາງໜ້າໃຫ້ ສຕລ ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານສະຫະພັນບານເຕະນານາ ຊາດ FIFA, ສະຫະພັນບານເຕະອາຊີ AFC ແລະ ສະຫະພັນບານເຕະອາຊຽນ AFF ທີ່ຍາມໃດກໍ ໃຫ້ການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ການພັດທະນາກິລາບານເຕະໃນປະເທດລາວ, ພ້ອມຖ່າຍ ທອດບົດຮຽນປະສົບການໃຫ້ແກ່ສຕລ ພວກເຮົາຕະຫຼອດມາ.
ຂະນະດຽວກັນ ປະທານ ສຕລ ຍັງໄດ້ລາຍງານແຜນການເຄື່ອນໄຫວຕ່າງໆໃນປີ 2025 ໂດຍສະເພາະແມ່ນວຽກງານຈັດການແຂ່ງຂັນໃນ ສປປ ລາວ ປະຈໍາປີ 2025 ໄດ້ກໍານົດເອົາ 7 ລາຍການດັ່ງກ່າວນີ້:

1.ການແຂ່ງຂັນ ຟຸດຊໍລີກ 2025 ແຂ່ງຂັນລະຫວ່າງວັນທີ 22 ມີນາ – 21 ມິຖຸນາ 2025
2.ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍເກີນ 16 ປີ ລະຫວ່າງວັນທີ 2 ກໍລະກົດ – 17 ສິງຫາ 2025
3.ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍເກີນ 19 ປີ ລະຫວ່າງວັນທີ 18 ກໍລະກົດ – 31 ສິງຫາ 2025
4.ການແຂ່ງຂັນບານເຕະ ລາວລີກ ຍິງ 2025 ລະຫວ່າງວັນທີ 10 ພຶດສະພາ – 23 ສິງຫາ 2025
5.ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ລະຫວ່າງວັນທີ 13 ກັນຍາ 2025 – 8 ມີນາ 2026
6.ການແຂ່ງຂັນບານເຕະ ຊິງຂັນຍາຍົກ ປະຈໍາປີ 205-2026 ລະຫວ່າງວັນທີ 24 ກັນຍາ 2025 – 14 ມີນາ 2026
7.ການແຂ່ງຂັນບານເຕະ ລາວລີກ 2 ລະຫວ່າງເດືອນມີນາ – ຕຸລາ 2025.
ນອກນັ້ນ, ກໍຍັງມີການລາຍງານວຽກງານດ້ານຕ່າງໆ ແລະ ມີການຮັບຮອງເອົາ ເພື່ອກຽມປະຕິບັດຕາມ ( ລາຍລະອຽດຈະລາຍງານໃຫ້ຊາບຕື່ມພາຍຫຼັງ )

ນອກນັ້ນ, ກໍຍັງມີການລາຍງານວຽກງານດ້ານຕ່າງໆ ແລະ ມີການຮັບຮອງເອົາ ເພື່ອກຽມປະຕິບັດຕາມ ( ລາຍລະອຽດຈະລາຍງານໃຫ້ຊາບຕື່ມພາຍຫຼັງ )
ຂ່າວ-ຮູບຈາກ: Larh Creators

LEAVE A REPLY

Please enter your comment!
Please enter your name here