ກອງປະຊຸມພັດທະນາ ກີລາບານເຕະ ທົ່ວປະເທດ ປະຈໍາປີ 2024 ສໍາເລັດໃນຕອນເຊົ້າຂອງວັນທີ 18 ມັງກອນ 2025 ໂດຍມີຫຼາຍວຽກງານນໍາມາປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮ່ວມກັນວາງແຜນໃນປີ 2025 ໃຫ້ກຽດເປັນປະທານໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ຕາງໜ້າຈາກກົມກິລາລະດັບສູງ, ຕາງໜ້າແຕ່ລະສະຫະພັນບານເຕະແຂວງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ກ່າວເປີດກອງປະຊຸມວ່າ: ກອງປະຊຸມ ຄັ້ງນີ້ມີວາລະທີ່ສໍາຄັນຫຼາຍອັນໂດຍສະເພາະແມ່ນການຜັນຂະຫຍາຍວຽກງານໃຫຍ່ກໍຄື: ວຽກງານການຈັດການແຂ່ງຂັນຮ່ວມກັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບັນຫາສະຫະພັນບານເຕະແຕ່ລະແຂວງ ໃນການຈັດການນັບແຕ່ມັດທະຍົມຕອນຕົ້ນ-ຕອນປາຍຈົນເຖິງ ລາວລີກ 2, ວຽກງານເຕັກນິກວິທະຍາ ແລະ ພັດທະນາ ສຕລ, ໂຄງການພັດທະນາກີລາບານເຕະຮຸ່ນສືບທອດ, ວຽກງານບານເຕະຂັ້ນພື້ນຖານ, ວຽກງານບານເຕະໃນໂຮງຮຽນ, ວຽກງານເຕະຍິງ ແລະ ວຽກງານພັດທະນາຄູຝຶກ. ດັ່ງນັ້ນ ຈິ່ງມາເຕົ້າໂຮມໃນກອງປະຊຸມມື້ນີ້ ເພື່ອສະຫຼຸບ ແລະ ຖອດທອນບົດຮຽນໃນປີ 2024 ມາຮ່ວມກັບວາງແຜນທິດທາງໃນປີ 2025.
ຫຼັງຈາກ ລາຍງານແຜນການເຄື່ອນໄຫວວຽກວາງນເຕັກນິກວິທະຍາ ແລະ ພັດທະນາ ຂອງ ສຕລ 2024 ກໍໄດ້ມີການສະເໜີແຜນການເຄື່ອນໄຫວຈັດການແຂ່ງຂັນ 2025-2026 ແລະ ແຜນການເຄື່ອນໄຫວວຽກງານເຕັກນິກວິທະຍາ ແລະ ພັດທະນາ ຂອງ ສຕລ ປະຈໍາປີ 2025 ກ່ອນທີ່ຈະມີການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາແຜນງານ ( ສ່ວນແຜນງານປີ 2025 ຈະລາຍງານໃຫ້ຊາບພາຍຫຼັງ ).
ຂ່າວ-ຮູບ: Larh Creators