ສປປ ລາວ ກຽມເປັນເຈົ້າພາບຈັດການແຂ່ງຂັນກີລາດືງເຊືອກສາກົນ ເປີດກວ້າງລະດັບອາຊຽນ ປະຈໍາປີ 2025 ໂດຍ ສປປ ລາວ ເຈົ້າພາບ, ມາເລເຊຍ, ບຣູໄນ, ໄທ, ຫວຽດນາມ, ຍີ່ປຸ່ນ, ຟິລິບປິນ ແລະ ມຽນມາ ແຈ້ງເຈດຈໍານົງເຂົ້າຮ່ວມຊີງໄຊລະຫວ່າງວັນທີ 21-22 ກຸມພາ 2025 ທີ່ໂຮງແຮມດອນຈັນ ພາເລດ.
ເມື່ອວັນທີ 17 ມັງກອນ 2025 ທີ່ຫ້ອງປະຊຸມ ມສ ວຽງຈັນ ໄດ້ມີພິທີຖະແຫຼງຂ່າວກຽມຈັດການແຂ່ງຂັນກີລາດືງເຊືອກສາກົນ ເປີດກວ້າງລະດັບອາຊຽນ ປະຈໍາປີ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານສະຫະພັນດືງເຊືອກແຫ່ງຊາດລາວ, ທ່ານ ອຸໄທ ບັນນາວົງ ຮອງປະທານສະຫະພັນດືງເຊືອກແຫ່ງຊາດລາວ ແລະ ທ່ານ ສຸຊາດ ແຈສຸຣະພາບ ປະທານທີ່ປຶກສາ ສະຫະພັນກີລາດືງເຊືອກແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານສະຫະພັນດືງເຊືອກແຫ່ງຊາດລາວ ກ່າວວ່າ: ສະຫະພັນກີລາດືງເຊືອກແຫ່ງຊາດລາວ ກໍຄື ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນກີລາ ດືງເຊືອກສາກົນ ເປີດກວ້າງລະດັບອາຊຽນ ປະຈໍາປີ 2025 ລະຫວ່າງວັນທີ 21-22 ກຸມພາ 2025 ເຊິ່ງທາງຄະນະໄດ້ຕົກລົງຈັດຢູ່ທີ່ໂຮງແຮມດອນຈັນພາເລດ ໂດຍມີການແຂ່ງຂັນ 3 ລຸ້ນຄື: ທີມຍິງ, ທີມຊາຍ ແລະ ທີມປະສົມຍິງ-ຊາຍ ເພື່ອໃຫ້ຊາວລາວ ແລະ ຊາວຕ່າງປະເທດໄດ້ເຂົ້າໄປສໍາຜັດກັບການແຂ່ງຂັນໃຫ້ຫຼາຍຂຶ້ນ ພິເສດພາຍໃນງານຈະເປີດໃຫ້ເຂົ້າຊົມຟຣີ ແລະ ມີອາຫານຫວ່າງໃຫ້ຜູ້ຊົມອີກດ້ວຍ. ນອກນັ້ນ ຍັງມີຂ່າວດີເພາະໃນຕອນເຂົ້າວັນທີ 20 ກຸມພາ 2025 ຈະມີພິທີປະຊຸມເຕັກນິກ ເຊິ່ງໃນພິທີຈະມີການປະກາດປະທານສະຫະພັນກີລາດືງເຊືອກແຫ່ງອາຊຽນຄົນໃໝ່ ເພາະປະທານຜູ້ເກົ່າແມ່ນຈະໝົດວາລະ ໂດຍເລືອກຂ້າພະເຈົ້າ ທ່ານ ອາລຸນແກ້ວ ກິດຕິຄຸນ ເປັນປະທານຄົນໃໝ່.
ຂະນະດຽວກັນ ທ່ານ ສຸຊາດ ແຈສຸຣະພາບ ປະທານທີ່ປຶກສາ ສະຫະພັນກີລາດືງເຊືອກແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນກີລາດືງເຊືອກແຫ່ງປະເທດໄທ ກ່າວວ່າ: ຍິນດີທີ່ມາຈັດການແຂ່ງຂັນລາຍການລະດັບອາຊຽນ ແລະ ພິເສດຈະມີທີມຈາກຍີ່ປຸຸ່ນມາເຂົ້າຮ່ວມໃນຄັ້ງນີ້ ເຊື່ອວ່າຈະສາມາດພັດທະນາກີລາດືງເຊືອກອາຊຽນໄປອີກຂັ້ນ ໂດຍສະເພາະຈະເປັນການພັດທະນາບຸຄະລະກອນ, ນັກກີລາ, ຄູຝືກ ແລະ ກໍາມະການໃນ ສປປ ລາວ ຜ່ານການຈັດການແຂ່ງຂັນຄັ້ງນີ້ ເພື່ອຕໍ່ຍອດໄປຈັດໃນຄັ້ງຕໍ່ໆໄປ.
ຂ່າວ-ຮູບ: Lar Creators