ສະຫຼອງ 76 ປີການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ

0
77

ໃນວັນທີ 17 ມັງກອນ 2025, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີໂຮມ ຊຸມນຸມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 76 ປີ, ໂດຍເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

May be an image of table, dais and text

ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວປາໄສ ຕໍ່ພິທີວ່າ: ຕະຫຼອດ ໄລຍະ 76 ປີ ທີ່ຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກເດັດ ຂາດ, ໂດຍກົງ ແລະ ຮອບດ້ານວາງແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ, ກອງທັບປະຊາຊົນລາວພວກ ເຮົາສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ສ້າງວິລະກໍາອັນ ລໍ້າເລີດ ທີ່ເປັນຄວາມເອກອ້າງ ທະນົງໃຈໃຫ້ແກ່ກອງທັບປະຊາຊົນລາວ ກໍຄືປະເທດຊາດຂອງພວກເຮົາ ໂດຍຢຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ກອງທັບປະຊາຊົນລາວສາມາດປະກອບສ່ວນຮັບປະກັນ ເຮັດໃຫ້ປະເທດຊາດ ມີຄວາມສະ ຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ; ເດັດດ່ຽວປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ໃນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນ ດີງາມຂອງຊາດ, ຂອງກອງທັບ ປະຊາຊົນລາວ; ທັງເປັນການເຝິກ ຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ.

May be an image of 2 people, dais and text

ກອງທັບໄດ້ຫັນກໍາລັງລົງກໍ່ສ້າງຮາກຖານຢ່າງແຂງແຮງ, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າມີ ຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນລາວ ພ້ອມກັນເປັນກໍາລັງແຮງທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ການແຊກຊຶມ ແລະ ເຄື່ອນ ໄຫວເກາະຜິດ, ບຽດຢຶດຕາມຊາຍ ແດນຂອງອິທິກໍາລັງປະຕິການໄດ້ຢ່າງທັນການ, ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍ ທາງສັງຄົມເປັນຢ່າງດີ.

May be an image of 5 people and text

ໄປຄຽງຄູ່ກັບການເຄື່ອນໄຫວປະຕິບັດໜ້າທີ່ ແລະ ການກຽມພ້ອມສູ້ຮົບ, ກອງທັບພວກເຮົາຍັງໄດ້ສຸມກໍາລັງ, ພາຫະນະເຕັກນິກ ແລະ ງົບປະມານເພື່ອກອບກູ້ໄພພິບັດທໍາມະຊາດ ຊ່ວຍເຫຼືອປະຊາຊົນທີ່ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໄດ້ຢ່າງທັນການ. ປັດໄຈສໍາຄັນໜຶ່ງອີກທີ່ປະກອບ ສ່ວນສ້າງໃຫ້ກອງທັບປະຊາ ຊົນລາວພວກເຮົາ ເຕີບໃຫຍ່ເຂັ້ມ ແຂງ ແລະ ສາມາດເຮັດສໍາເລັດ ໜ້າທີ່ອັນສູງສົ່ງຂອງຕົນນັ້ນກໍ່ ແມ່ນການປະກອບສ່ວນອູ້ມຊູ ຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ບັນດາປະເທດເພື່ອນມິດຍຸດທະ ສາດ ສັງຄົມນິຍົມໃນຕະຫຼອດ ໄລຍະແຫ່ງການຕໍ່ສູ້ກູ້ຊາດໃນ ເມື່ອກ່ອນກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.

May be an image of 1 person

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍພະນັກງານ-ນັກຮົບ ຕ້ອງສຸມທຸກຄວາມສາມາດ ແລະ ກໍາລັງສືບຕໍ່ເຮັດໜ້າທີ່ການເມືອງໜຶ່ງໃຫ້ໄດ້ດີ, ເປັນຕົ້ນ: ພ້ອມກັນຍືດໝັ້ນໃນເສັ້ນທາງ, ຈຸດໝາຍ ແລະ ອຸດົມການສັງຄົມນິຍົມປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ໃນການສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງ ມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສິວິໄລ ແລະ ຍຸຕິທໍາ. ເພີ່ມທະວີວຽກງານສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງໂດຍຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕໄປພ້ອມກັບການເພີ່ມທະວີລະບຽບວິໄນພາຍໃນພັກ, ກອງທັບຢ່າງເຂັ້ມງວດ; ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງພະ ນັກງານ, ສະມາຊິກພັກໃນທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດ, ເພີ່ມທະວີບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານ.May be an image of 1 person

ເສີມຂະຫຍາຍ ທາດແທ້ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບຢ່າງມີລະບຽບແບບແຜນ ແລະ ທັນສະໄໝ, ມີສະຕິຕໍ່ການຈັດຕັ້ງ-ລະບຽບ ວິໄນ ແລະ ເປັນແບບຢ່າງນໍາໜ້າ ໃນທຸກຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານສຶບທອດປ່ຽນແທນໃນແຕ່ລະຂັ້ນ ຂອງທຸກຂະແໜງການໃຫ້ມີຄຸນນະພາບ; ເພີ່ມທະວີວຽກ ງານອົບຮົມຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ກຽມພ້ອມສູ້ຮົບ; ອອກແຮງກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນຕິດພັນກັບການກໍ່ສ້າງ ກົມກອງ 3 ປອດ, ນັກຮົບວັດ ທະນະທໍາ-ກົມກອງວັດທະນະທໍາຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເຂັ້ມແຂງໃນທຸກດ້ານ, ເຊີດຊູນ້ໍາໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແນວຄິດປະຍັດມັດທະຍັດ ແລະ ສົ່ງເສີມການຜະລິດ, ການປູກ, ການລ້ຽງ ຕາມເງື່ອນໄຂ ແລະ ທ່າແຮງຂອງກົມກອງທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບດີຂຶ້ນເລື້ອຍໆ.
ຂອບໃຈຂ່າວຈາກ: ວິທະຍຸກອງທັບປະຊາຊົນລາວ

LEAVE A REPLY

Please enter your comment!
Please enter your name here