ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມປະຕິບັດການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ພາກສະໜາມ

0
114

ໃນວັນທີ 15 ມັງກອນ 2025 ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນາລັດ ເກົາຫຼີ ປະຈຳ ສ ປປ ລາວ, ອົງການກອຍກາ ປະຈຳ ສປປ ລາວ, ອົງການສະຫະປະຊາຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາຕິດຕາມການເຄື່ອນໄຫວວຽກງານ ການປະຕິບັດງານທຳລາຍລະເບີດຂອງກອງກວດກູ້ລະເບີດເພື່ອມະນຸດສະທຳທອງທັບ ກອງ 58 ຢູ່ພາກສະໜາມບ້ານຫົວເມືອງ, ເມືອງກາສີ, ແຂວງວຽງຈັນ.

May be an image of 5 people
ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ໄດ້ລາຍງານຫຍໍ້ ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນການສໍາຫຼວດ, ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນການສໍາຫຼວດ, ກວດກູ້ ແລະ ທໍາລາຍລະເບີດ ເຊິ່ງຕາມກວດກາເນື້ອທີ່ເບື້ອງຕົ້ນ ຢັ້ງຢືນວ່າມີເນື້ອທີ່ໄດ້ຜົນກະທົບຈາກລະເບີດທີບໍ່ທັນແຕກ (CHA) ຂອງ ບ້ານຫົວເມືອງ, ເມືອງກາສີ, ແຂວງວຽງຈັນ ແມ່ນ 488.500 ຕາແມັດ, ສາມາດກວດພົບ ແລະ ທຳລາຍລະເບີດ ຄື: ລະເບີດລູກຫວານ BLU 26 ຈໍານວນ 173 ໜ່ວຍ, BLU 24 ຈໍານວນ 7 ໜ່ວຍ, ລະເບີດລູກໂບມໃຫຍ່ MK81 250ປອນ ຈໍານວນ 2 ໜ່ວຍ, MK82 500ປອນ ຈໍານວນ 1 ໜ່ວຍ, ແລະ ລະເບີດຊະນິດອື່ນໆ 90 ໜ່ວຍ ເຊີ່ງສາມາດກວດກູ້ ແລະ ປົດປ່ອຍພື້ນທີ່ໄດ້ແລ້ວແມ່ນ 304,920 ຕາແມັດ.

May be an image of 3 people, seedlings, grass and tree
ພ້ອມນີ້ຄະນະດັ່ງກ່າວ ກໍ່ຕິດຕາມການເຮັດວຽກຢູ່ພາກສະໜາມ ຮັບຟັງຂັ້ນຕອນ ວິທີການຕ່າງໆໃນການທຳລາຍລະເບີດຂອງຄະນະວິຊາການກອງກວດກູ້ລະເບີດເພື່ອມະນຸດສະທຳທອງທັບ ເພື່ອເຮັດໃຫ້ປະເທດຜູ້ໃຫ້ທຶນ ຮັບຮູ້ ແລະ ເຂົ້າໃຈສະພາບບັນຫາການຕົກຄ້າງຂອງລະເບີດຢູ່ທ້ອງຖິ່ນ ແນໃສ່ການລະດົມຂົນຂວາຍທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ໂດຍສະເພາະ ອົງການກອຍກາ ກໍ່ຄື ລັດຖະບານ ສ. ເກົາຫຼີ ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອິກ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕື່ມອິກ.

May be an image of 12 people and mountain

LEAVE A REPLY

Please enter your comment!
Please enter your name here