ເຜີຍແຜ່ ງານວາງສະແດງນໍາເຂົ້າ-ສົ່ງອອກກວາງໂຈ ຄັ້ງທີ 137 ເປີດໂອກາດໃຫ້ບໍລິສັດຜະລິດສິນຄ້າ ສົ່ງອອກ ສປ ຈີນ

0
96

ກອງປະຊຸມເຜີຍແຜ່ ງານວາງສະແດງນໍາເຂົ້າ-ສົ່ງອອກກວາງໂຈ ຄັ້ງທີ 137 (China Import and Export Fair ຫຼື Canton Fair) ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມັງກອນ 2025 ທີ່ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ), ທ່ານ ຫານ ເຢັ ເລຂາເອກທີ່ປຶກສາເສດຖະກິດການຄ້າ ຈີນ ປະຈຳ ລາວ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ຊູ່ ບິນ ຮອງຫົວໜ້າສູນການຄ້າ ສາກົນ ສປ ຈີນ ພ້ອມດ້ວຍ ບັນດາແຂກຜູ້ມີກຽດ ຕາງໜ້າຈາກພາກລັດ, ພາກທຸລະກິດ ທ່ານຍິງ ແລະ ທ່ານຊາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ກ່າວວ່າ: ກອງປະຊຸມເຜີຍແຜ່ງານວາງສະແດງນໍາເຂົ້າ ສົ່ງອອກ ສປຈີນ ຫລື CANTON FAIR ຄັ້ງທີ 137 ເປັນງານທີ່ມີຄວາມສໍາຄັນຫຼາຍ ເພື່ອເປັນການກະກຽມ ແລະ ຮຽນຮູ້ນະໂຍບາຍຕ່າງໆຈັດງານວາງສະແດງ ນໍາເຂົ້າ-ສົ່ງອອກ ສປ ຈີນ ຄັ້ງທີ 137 ຫຼື Cantan fair ເຊິ່ງແມ່ນງານໜຶ່ງທີ່ມີຊື່ສຽງ ແລະ ເປັນ ເວທີທີ່ສໍາຄັນໃນການສົ່ງເສີມການຮ່ວມມືການຄ້າໃນທົ່ວໂລກ ເຊິ່ງການຈັດກອງປະຊຸມເຜີຍແຜ່ງານ Cantan fair ເປັນໂອກາດອັນດີໃຫ້ແກ່ ສປປ ລາວ ເພື່ອຈະໄດ້ເຂົ້າໃຈເລິກເຊິ່ງຂື້ນກ່ຽວກັບງານດັ່ງກ່າວ, ໂດຍສະເພາະວິທີສະໝັກເຂົ້າຮ່ວມ ວາງສະແດງ ແລະ ເຂົ້າຮ່ວມຊົມງານ, ເຊິ່ງຈະເປີດໂອກາດໃຫ້ຫົວໜ່ວຍທຸລະກິດສາມາດໂຄສະນາສິນຄ້າຂອງຕົນ ແລະ ສາມາດຈັບຈອງສິນຄ້າທີ່ຕົນເອງຕ້ອງການ ເພື່ອມາປະກອບເຂົ້າໃນທຸລະກິດຂອງຕົນ, ຂ້າພະເຈົ້າຫວັງວ່າບັນດາທ່ານທີ່ເຂົ້າ ຮ່ວມກອງປະຊຸມໃນມື້ນີ້ຈະເຂົ້າໃຈເລິກເຊິ່ງຂື້ນກ່ຽວກັບງານດັ່ງກ່າວ, ຖ້າມີບັນຫາໃດບໍ່ຊັດເຈນກໍ່ສາມາດສອບຖາມກັບ ສູນສົ່ງເສີມການຄ້າ ແຂວງກວາງຕົ່ງ ສປ ຈີນ ໃນທີ່ປະຊຸມໄດ້.

ສຄອຊ ໄດ້ເຄີຍນໍາພາທຸລະກິດລາວເຂົ້າຮ່ວມງານ Canton fiar ໃນ 2009, ເຊີ່ງສິນຄ້າລາວທີ່ນໍາໄປຮ່ວມ ວາງສະແດງມີ: ຫັດຖະກຳເຄື່ອງເງິນ ແລະ ຫັດຖະກຳແຜ່ນແພ ເຊິ່ງເຫັນວ່າໄດ້ຮັບຄວາມນິຍົມສົມຄວນ, ສິນຄ້າຢູ່ໃນງານ ດັ່ງກ່າວແມ່ນຫຼາກຫຼາຍແລະມາຈາກທົ່ວໂລກ ແລະ ມີລະບົບການບໍລິການຄົບວົງຈອນ, ເຊີ່ງປີນີ້ ຖ້າຫາກວ່າ ທາງ ຄະນະຈັດງານສາມາດໃຫ້ການສະໜັບສະໜູນທາງດ້ານນະໂຍບາຍໃຫ້ ຫົວໜ່ວຍທຸລະກິດລາວທາງດ້ານຫ້ອງວາງສະແດງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ເຊື່ອແນ່ວ່າຈະມີຫຼາຍຫົວໜ່ວຍທຸລະກິດ ຈາກ ສປປ ລາວເຂົ້າຮ່ວມ.

ທ່ານ ກ່າວອີກວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈະພະຍາຍາມລະດົມ ແລະ ສົ່ງເສີມບໍລິສັດທີ່ມີທ່າແຮງ ແລະ ມີຄວາມອາດສາມາດໃນການຜະລິດເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ໂດຍຜ່ານການເຂົ້າຮ່ວມງານວາງສະແດງ ເພື່ອ ຂະຫຍາຍຕະຫຼາດ ແລະ ການລົງທຶນ., ອີກເທື່ອໜື່ງຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງຄະນະ ສູນການຄ້າ ສາກົນ ສປ ຈີນ, ທີ່ເດີນທາງມາຮ່ວມຈັດງານເຜີຍແຜ່ທີ່ ສປປ ລາວໃນຄັ້ງນີ້. ໃນນາມ ສຄອຊ ຈະໄດ້ປະສານງານກັບ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເພື່ອໃຫ້ການສະໜັບສະໜູນ ແລະ ລະດົມສົ່ງເສີມທຸລະກິດທີ່ມີຄວາມສົນໃຈເຂົ້າຮ່ວມງານວາງສະແດງທີ່ສໍາຄັນ ໃນຄັ້ງນີ້ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້

ຂະນະດຽວກັນ ທ່ານ ຊູ່ ບິນ ຮອງຫົວໜ້າສູນການຄ້າສາກົນ ສປ ຈີນ ກ່າວວ່າ: ຂໍສະແດງຄວາມຂອບໃຈ ແລະ ຕ້ອນຮັບ ນັກທຸລະກິດລາວ ທີ່ໃຫ້ຄວາມສົນໃຈໃນການເຂົ້າຮ່ວມກອງປະຊຸມ ເຜີຍແຜງານວາງສະແດງໃນຄັ້ງນີ້, ສປ ຈີນ ແລະ ລາວ ມີສາຍນໍ້າຕິດຈອດກັນ ລວມເຖິງມີສາຍພົວພັນອັນດີງາມຊ່ວຍເຫຼືອກັນມາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຂົນສົ່ງຜູ້ໂດຍສາຍຜ່ານລົດໄຟລາວ-ຈີນ ໄດ້ເພີ່ມທະວີຄວາມຮ່ວມມືອັນດີງາມ ເຊິ່ງຈາກງານຈັດງານວາງສະແດງຄັ້ງນີ້ ເປັນງານວາງສະແດງທີ່ໃຫຍ່ກວ່າໝູ່, ກວາງຂວາງກວ່າໝູ່ ແລະ ມີຜົນສໍາເລັດທີ່ຫຼາຍກວ່າໝູ່ ໂດຍການງານຈັດຂຶ້ນ 2 ຄັ້ງຕໍ່ປີ.

LEAVE A REPLY

Please enter your comment!
Please enter your name here