ທ່ານປະທານປະເທດ ລົງຢ້ຽມຢາມໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ຄຳມ່ວນ

0
70

ຂ່າວງຈາກ ແຂວງຄຳມ່ວນລາຍງານວ່າ:​ ໃນຕອນເຊົ້າວັນທີ 16 ມັງກອນ 2025 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມຄູ-ອາຈານ ແລະ ນ້ອງນັກຮຽນ ໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄໍາມ່ວນໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ຮ່ວມຕິດຕາມການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້.

ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງການຮຽນ-ການສອນ, ໂຮງຮຽນແຫ່ງນີ້ ເດີມມີຊື່ວ່າ: ໂຮງຮຽນມັດທະຍົມສຶກສາສົມບູນສອງເໝືອງ ສ້າງຕັ້ງຂຶ້ນທໍາອິດໃນປີ 1976 ຕັ້ງຢູ່ບ້ານສອງເໝືອງໃຕ້ ເມືອງໜອງບົກ ແຂວງຄໍາມ່ວນ. ເຊິ່ງມີລູກຫລານ 7 ບ້ານມາເຂົ້າຮຽນ. ໂຮງຮຽນມັດທະຍົມວິຊາຊີບຕົວແບບ ແມ່ນໄດ້ຮັບທຶນໃນການຊ່ວຍເຫລືອກໍ່ສ້າງຈາກລັດຖະບານ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ, ໂຮງຮຽນດັ່ງກ່າວໄດ້ຮອງຮັບໃນການຕອບສະໜອງໃຫ້ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ໄດ້ຮຽນວິຊາຊີບ ຄວບຄູ່ໄປກັບການຮຽນສາຍສາມັນສຶກສາໃນມັດທະຍົມຕອນປາຍ ແລະ ເພື່ອສ້າງວິຊາຊີບໃຫ້ກັບຜູ້ດ້ອຍໂອກາດ, ຜູ້ທີ່ຕ້ອງການມີອາຊີບ ແລະ ຜູ້ວ່າງງານໄດ້ເຂົ້າຝຶກອົບຮົມຕາມເປົ້າໝາຍ.

May be an image of 9 people

ການຮັບນັກຮຽນໄດ້ຄັດເລືອກນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ທີ່ມີຄຸນສົມບັດດີ, ມີຄວາມດຸໝັ່ນຂະຫຍັນພຽນໃນການຄົ້ນຄວ້າຮ່ຳຮຽນ ແລະ ມີຄວາມດຸໝັ່ນຫ້າວຫັນໃນການອອກແຮງງານ, ເປັນນັກຮຽນທີ່ມີຖານະຄອບຄົວທຸກຍາກຂາດເຂີນ ເປັນ (ບູລິມະສິດ) ເພື່ອເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາຕອນປາຍໃນສາຍສາມັນວິຊາຊີບ (ມ.5) ເຊິ່ງມີ 08 ສາຂາອາຊີບຄື: ສາຂາປູກຝັງ; ລ້ຽງສັດ; ສາຂາຕິດຕັ້ງ ແລະ ສ້ອມແປງເຄື່ອງໄຟຟ້າ; ສາຂາສ້ອມແປງກົນຈັກຂະໜາດນ້ອຍ; ສາຂາກໍ່ສ້າງເຄຫາສະຖານ; ສາຂາປຸງແຕ່ງອາຫານ; ສາຂາຕັດຫຍິບ ແລະ ສາຂາເສີມສວຍ.

ໂຮງຮຽນມີອາຄານທັງໝົດ 22 ຫຼັງ ມີຄູສອນສາຍສາມັນ 39 ຄົນ, ຄູສອນວິຊາຊີບ 6 ຄົນ, ມີນັກຮຽນທັງ ໝົດ 770 ຄົນ, ຍິງ 387 ຄົນ. ໃນນັ້ນ (ນັກຮຽນຊັ້ນມັດທະຍົມຕອນຕົ້ນ 328 ຄົນ ແລະ ນັກຮຽນຊັ້ນມັດທະຍົມປາຍ 442 ຄົນ ທຽບໃສ່ສົກ 2023-2024 ເພີ່ມຂຶ້ນ, ມີຫ້ອງຮຽນ 26 ຫ້ອງ (ຊັ້ນມັດທະຍົມຕອນຕົ້ນ 11 ຫ້ອງ ແລະ ຊັ້ນມັດທະຍົມຕອນປາຍ 15 ຫ້ອງ) ໃນປັດຈຸບັນມີນັກຮຽນສາຂາ ປູກຝັງ ທັງໝົດ 68 ຄົນ, ສາຂາ ລ້ຽງສັດ 57 ຄົນ, ຍິງ 37 ຄົນ. ສາຂາ ປຸງແຕ່ງອາຫານ 72 ຄົນ, ສາຂາ ກໍ່ສ້າງເຄຫະສະຖານ (ຊາຍ) 43 ຄົນ, ສາຂາ ຕິດຕັ້ງ ແລະ ສ້ອມແປງເຄື່ອງໄຟຟ້າ 79 ຄົນ, ສາຂາ ສ້ອມແປງກົນຈັກຂະໜາດນ້ອຍ (ຊາຍ) 70 ຄົນ, ສາຂາ ເສີມສວຍ 23 ຄົນ ແລະ ສາຂາຕັດຫຍິບ 30 ຄົນ, ໃນນັ້ນມີນັກຮຽນທີ່ນອນ ຫໍພັກ 264 ຄົນ, ຍິງ 118 ຄົນ.

May be an image of 15 people and text
ໃນໂອກາດດັ່ງກ່າວ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະ ລຸກຫຼານນັກຮຽນ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄູ-ອາຈານ ແລະ ນັກຮຽນທີ່ໄດ້ເອົາໃຈໃສ່ເຂົ້າໃນການຮຽນ-ການສອນໄປຕາມແຜນທີ່ວາງໄວ້ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ປົກປັກຮັກສາໂຮຽຮຽນໃຫ້ດີ, ນໍາໃຊ້ໃຫ້ຄຸ້ມຄ່າ ແລະມີປະສິດທິຜົນສູງສຸດ ໃຫ້ສົມກັບຄວາມຕັ້ງໃຈທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບທຶນຮອນກໍ່ສ້າງໃຫ້; ຄູ-ອາຈານ ເອົາໃຈໃສ່ປັບປຸງ ວິທີການຮຽນ-ການສອນ ແລະ ຍົກສູງຄຸນນະພາບການສຶກສາໃຫ້ສູງຂຶ້ນເລື້ອຍໆ, ເພື່ອໃຫ້ນັກຮຽນ ໃນເມື່ອຈົບໄປແລ້ວກໍ່ສາມາດເຂົ້າຮຽນຕໍ່ການສຶກສາຊັ້ນສູງຂຶ້ນ ຫຼື ມີວິຊາຊີບ ເພື່ອຫາລ້ຽງຕົນເອງ ກໍ່ຄືຄອບຄົວຂອງລູກຫຼານ ໄດ້ໃນອະນາຄົດ, ໃຫ້ຄະນະພັກ, ອົງການປົກຄອງແຂວງ, ເມືອງ, ຈະແໜງສຶກສາ ເອົາໃຈໃສ່ຕິດຕາມຊຸກຍູ້ ແລະຊີ້ນໍາໂຮງຮຽນແຫ່ງນີ້ຢ່າງໃກ້ຊິດ.

May be an image of 8 people, crowd and text
ໂອກາດນີ້ ທ່ານເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ມອບອຸປະກອນການຮຽນ – ການສອນ, ເຄື່ອງຫຼິ້ນກິລາ ແລະ ທຶນການສຶກສາຈຳນວນໜຶ່ງໃຫ້ແກ່ໂຮງຮຽນຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here