ຈະລົງທຶນປູກໝາກໂມ ຢູ່ເມືອງແກ່ນທ້າວລວມ 70 ກວ່າເຮັກຕາ

0
100

ວັນທີ 16 ມັງກອນ 2025, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ, ແຂວງໄຊຍະບູລີ ໄດ້ເຊັນສັນຍາລົງທຶນປູກໝາກໂມ ເປັນສິນຄ້າ ລະຫວ່າງ ຫ້ອງການແຜນການ ແລະ ການລົງທຶນເມືອງ ກັບ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ ໂດຍຊ່ອງໜ້າທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງແກ່ນທ້າວ ແລະ ພາກສ່ວນກ່ຽວຂ້ອງ.

May be an image of 15 people and text
ທ່ານ ໂອລາ ໄພວົງ ຫົວໜ້າຫ້ອງການແຜນການ ແລະ ການ ລົງທຶນເມືອງ ໄດ້ຜ່ານຮ່າງສັນຍາລົງທຶນປູກໝາກໂມ ເປັນສິນຄ້າ ຊຶ່ງໃນສັນຍາດັ່ງກ່າວ ມີຈຸດປະສົງ ໃນການສົ່ງເສີມ ແຜນພັດທະ ນາເສດຖະກິດ-ສັງຄົມຂອງເມືອງດ້ານກະສິກໍາ ໃນການຜະລິດເປັນສິນຄ້າເພື່ອສົ່ງອອກ, ເພື່ອເຮັດໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ, ມີລາຍຮັບ, ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ເຊົ່າດິນປະຊາຊົນ ປູກໝາກໂມ ເພື່ອສົ່ງຜົນຜະລິດອອກໄປ ສປ ຈີນ.

May be an image of 1 person, dais and text
ໃນສັນຍາໄດ້ເຊົ່າດິນປະຊາຊົນ ແລະ ດິນລັດ ຢູ່ຂອບເຂດບ້ານບຸ່ງຄ້າ ເນື້ອທີ່ທັງໝົດ 70,73 ເຮັກຕາ, ການມອບທຶນພັດທະນາ ແລະ ພັນທະ 1,500,000 ກີບ/ເຮັກຕາ/ປີ ລວມເປັນເງິນທັງ ໝົດ 106,095,000 ກີບ/ປີ. ໃນນີ້, ບ້ວງແຂວງ 50 ສ່ວນຮ້ອຍ, ເມືອງ 24 ສ່ວນຮ້ອຍ, ບ້ານ 13 ສ່ວນຮ້ອຍ ແລະ ບ້ວງວິຊາການ 13 ສ່ວນຮ້ອຍ ກໍານົດເວລາຂອງສັນຍາ 1ປີ ເລີ່ມແຕ່ວັນທີ 1 ຕຸລາ 2024-1 ຕຸລາ 2025. ຈາກນັ້ນ, ທັງສອງຝ່າຍ ໄດ້ເຊັນສັນຍາຮ່ວມກັນຢ່າງເປັນທາງການ.

ຂ່າວ: ແກ່ນທ້າວ.

LEAVE A REPLY

Please enter your comment!
Please enter your name here