ກຽມສະເໜີ ຜ້າເກາະໂລດໄໝມ້ອນຊໍາໃຕ້ ເປັນສິ້ນຄ້າ ODOP ໃນມໍ່ໆນີ້

0
141

ວັນທີ 15 ມັງກອນ 2025 ນີ້, ຄະນະຮັບຜິິດຊອບຊີ້ນໍາວຽກງານສົ່ງເສີມ ແລະ ພັດທະນາວຽກງານສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂັ້ນແຂວງ ໄດ້ສົມທົບກັບຄະນະຮັບຜິດຊອບຂອງເມືອງຊໍາໃຕ້ ຈັດກອງປະຊຸມປະເມີນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ແກ່ກຸ່ມຫັດຖະກໍາຕໍ່າເກາະໂລດຜ້າໄໝມ້ອນ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງຊໍາໃຕ້ ໂດຍການເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ພິນແສງ ຢຸນແຊງວາ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ແລະ ທ່ານ ຈິດທະວີ ຕົງຫວ່າງ ຮອງເຈົ້າເມືອງຊໍາໃຕ້, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມຫັດຖະກໍາຕໍ່າເກາະໂລດຜ້າໄໝມ້ອນຊໍາໃຕ້ເຂົ້າຮ່ວມນໍາ.

No photo description available.
ຜ້າເກາະໂລດໄໝມ້ອນເມືອງຊໍາໃຕ້ແຂວງຫົວພັນ ເປັນອີກໜຶ່ງຜະລິດຕະພັນພູມປັນຍາຂອງເອື້ອຍນ້ອງແມ່ຍິງຊາວເມືອງຊໍາໃຕ້ ທີ່ໄດ້ສືບທອດສີມື ແລະ ຫົວຄິດປະດິດສ້າງໃນການປະດິດຄິດແຕ່ງລວດລາຍຕ່າງໆບົນຜືນຜ້າໄໝມ້ອນ ໂດຍການລວມເອົາຮູບພາບສັດ, ທິວທັດທໍາມະຊາດ, ວິຖີຊີວິດມາປະສົມປະສານ ເພື່ອປະດິດຄິດແຕ່ງເປັນລວດລາຍສະເພາະ ສະແດງອອກໃນລວດລາຍຂອງຜ້າແພເປັນຕົ້ນແມ່ນ: ຜ້າຊ້າງ, ຜ້າຊາວນາ, ຜ້າໂຮງທຽນ, ຜ້າທາດຫຼວງວຽງຈັນ ແລະ ອື່ນໆ.

May be an image of elephant
ຈາກຄວາມງົດງາມປານີດທາງດ້ານສີມື ແລະ ລວດລາຍທີ່ເປັນເອກະລັກສະເພາະ ຈິ່ງເຮັດໃຫ້ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຈາກພາຍໃນ ແລະ ຕ່າງປະເທດ. ດ້ວຍຄວາມນິຍົມຊົມຊອບຂອງສັງຄົມ ຈິ່ງເຮັດໃຫ້ຜ້າໄໝຊໍາໃຕ້ກາຍເປັນສິນຄ້າທ່າແຮງ ທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງຕະຫຼອດມາ. ເພື່ອເປັນການປົກປັກຮັກສາພູມປັນຍາຂອງເອື້ອຍນ້ອງແມ່ຍິງເມືອງຊໍາໃຕ້ ແລະ ທັງເປັນການສົ່ງເສີມຜະລິດຕະພັນການຕໍ່າຫູກອອກສູ່ສັງຄົມໃຫ້ນັບມື້ຫຼາຍຂຶ້ນ, ດັ່ງນັ້ນ ຄະນະຮັບຜິດຊອບຈິ່ງເຫັນດີສະເໜີໃຫ້ຜ້າເກາະໂລດຜ້າໄໝມ້ອນຊໍາໃຕ້ ເປັນສິນຄ້າ ODOP ຂອງເມືອງຊໍາໃຕ້ໃນໄວໆນີ້.

May be an image of 9 people and people studying
ຂ່າວ-ພາບ: ງຸດ ວິໄລຄໍາ

LEAVE A REPLY

Please enter your comment!
Please enter your name here