ປີ 2024 ຍອດຂາຍລົດອີວີທົ່ວໂລກ ສ້າງສະຖິຕິໃໝ່ຂະຫຍາຍໂຕ 25%

16 Jan 2025

ຄລິກແຊຣ໌ 0 Facebook WhatsApp

ຍອດຂາຍລົດຍົນໄຟຟ້າທົ່ວໂລກ ປີ 2024 ຍັງຂະຫຍາຍຕົວແຮງ ສ້າງສະຖະຕິໃໝ່ ເຕີບໂຕ 25% ນໍາໂດຍຕະຫຼາດຈີນ ແຕ່ນັກວິເຄາະຄາດວ່າປີ 2025 ຈະເປັນປີແຫ່ງການປ່ຽນແປງ ໂດຍຍອດຂາຍຂະຫຍາຍຕົວຊ້າລົງ.

ບໍລິສັດວິໄຈ Rho Motion ເປີດເຜີຍວ່າ: ຍອດຂາຍລົດໄຟຟ້າ (EV) ແລະ ລົດປັກອິນໄຮບຣິດ (HPEV) ທົ່ວໂລກໃນປີຜ່ານມາ ປັບຕົວເພີ່ມຂຶ້ນເຖິງ 25% ເປັນ 17,1 ລ້ານຄັນ ໂດຍໄດ້ແຮງສະໜັບສະໜູນຈາກຍອດຂາຍໃນເດືອນທັນວາ ທີ່ສ້າງສະຖິຕິສູງສຸດຕິດຕໍ່ກັນເປັນເດືອນທີ 4 ເນື່ອງຈາກຕະຫຼາດຈີນ ຍັງສືບຕໍ່ເຕີບໂຕຢ່າງແຂງແຮງ ແລະ ຕະຫຼາດເອີຣົບກໍມີສະຖຽນລະພາບດີຂຶ້ນ.

อาจเป็นรูปภาพของ 1 คน, รถยนต์ และ ข้อความ

ໂດຍຍອດຂາຍລົດໄຟຟ້າໃນຈີນ ຂຶ້ນຈຸລະດັບ 11 ລ້ານຄັນ ໃນປີ 2024 ແລະ ຍັງເປັນປັດໄຈທີ່ຊ່ວຍໃຫ້ຕະຫຼາດສະຫະຣາຊະອານາຈັກຂະຫຍາຍຕົວແຊງໜ້າ ເຢຍລະມັນ ຂຶ້ນເປັນຕະຫຼາດລົດໄຟຟ້າລ້ວນ ຫຼື BEV ໃຫຍ່ທີ່ສຸດຂອງເອີຣົບໃນປີ 2024.

ທັງນີ້, ຍອດຂາຍລວມໃນປີ 2024 ເຕີບໂຕກວ່າຍອດຂາຍປີກ່ອນໜ້ານີ້ ເຊິ່ງຢູ່ທີ່ 13,6 ລ້ານຄັນ ຫຼື ຫຼາຍກວ່າປະມານ 3,5 ລ້ານຄັນ ແລະ ຍັງເປັນການເຕີບໂຕຢ່າງຕໍ່ເນື່ອງ ນັບແຕ່ປີ 2022 ທີ່ມີຍອດຂາຍ 10,4 ລ້ານຄັນ.

ຢ່າງໃດກໍດີ, ສຳລັບປີ 2025 ບັນດາບໍລິສັດຜະລິດລົດໄຟຟ້າ ເບິ່ງວ່າເປັນປີແຫ່ງການປ່ຽນແປງ ເນື່ອງຈາກຄາດວ່າຍອດຂາຍໃນຈີນ ຈະເຕີບໂຕຊ້າລົງ, ສ່ວນເອີຣົບ ກຳລັງຈະເລີ່ມໃຊ້ເປົ້າໝາຍການປ່ອຍມົນລະພິດໃໝ່ ສ່ວນສະຫະລັດອາເມຣິກາ ຍັງບໍ່ແນ່ນອນທາງດ້ານນະໂຍບາຍພາຍໃຕ້ລັດຖະບານໃໝ່.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ