ອາເມຣິກາ ຂາດດຸນເພີ່ມຂຶ້ນ

0
86

ກະຊວງການເງິນ ສະຫະລັດອາເມຣິກາ ເປີດເຜີຍຕົວເລກຂາດດຸນໃນໄຕມາດທຳອິດຂອງປີງົບປະມານ 2025 ສູງສຸດເປັນປະຫວັດສາດ ໂດຍຂາດດຸນເຖິງ 40% ງົບປະມານຕິດລົບ 700 ຕື້ໂດລາ ຍູ້ໃຫ້ໜີ້ສາທາລະນະເພີ່ມເປັນ 36.000 ຕື້ໂດລາ.

อาจเป็นรูปภาพของ 1 คน, เงิน และ ข้อความ

ກະຊວງການເງິນສະຫະລັດອາເມຣິກາ ໄດ້ເປີດເຜີຍວ່າ: ການຂາດດຸນງົບປະມານຂອງສະຫະລັດໃນໄລຍະ 3 ເດືອນທຳອິດ ປີງົບປະມານ 2025 ສູງເຖິງ 710 ຕື້ໂດລາ ເຊິ່ງເປັນສະຖິຕິສູງສຸດຂອງຕົວເລກໃນໄຕມາດທຳອິດ ໂດຍເພີ່ມຂຶ້ນເກືອບ 40% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນທີ່ຂາດດຸນ 510 ຕື້ໂດລາ.

ເຖິງວ່າຕົວເລກຂາດດຸນໃນເດືອນທັນວາ ເຊິ່ງເປັນເດືອນສຸດທ້າຍຂອງໄຕມາດນີ້ ຈະຫຼຸດລົງຈາກປີກ່ອນໜ້ານີ້ເຖິງ 33% ຢູ່ທີ່ 86,7 ຕື້ໂດລາ ແຕ່ຕົວເລກລວມທັງໄຕມາດກໍໍຍັງສູງຂຶ້ນ ໂດຍເພີ່ມຂຶ້ນຫຼາຍກວ່າ 200 ຕື້ໂດລາ.

ໜີ້ສາທາລະນະຂອງສະຫະລັດເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກຕົ້ນທຶນທາງການເງິນທີ່ເພີ່ມຂຶ້ນ ລາຍຈ່າຍພາກລັດທີ່ສູງຂຶ້ນ ແລະ ລາຍໄດ້ຈາກພາສີທີ່ຫຼຸດລົງ ສົ່ງຜົນໃຫ້ການຂາດດຸນງົບປະມານຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ໜີ້ສິນເພີ່ມຂຶ້ນເປັນ 36.000 ຕື້ໂດລາ.

LEAVE A REPLY

Please enter your comment!
Please enter your name here