ລາຄາອາຍແກ໊ສທຳມະຊາດ ປັບເພີ່ມຂຶ້ນ 20%

0
100

ວິທະຍຸສາກົນແຫ່ງ ສປ ຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ຊີຢາໂດ ພີເທີ ລັດຖະມົນຕີການຕ່າງປະເທດ ຮົງກາຣີ ກ່າວວ່າ: ການສະໜອງອາຍແກ໊ສທຳມະຊາດ ຫຼຸດໜ້ອຍລົງ ຈະເຮັດໃຫ້ລາຄາແພງຂຶ້ນ, ນັບແຕ່ກາງເດືອນທັນວາປີ 2024 ມາຮອດປັດຈຸບັນ ລາຄາອາຍແກ໊ສທຳມະຊາດໃນຕະຫຼາດເອີຣົບ ໄດ້ປັບເພີ່ມຂຶ້ນ 20% ເຊິ່ງເຮັດໃຫ້ກຳລັງແຂ່ງຂັນຂອງສະຫະພາບເອີຣົບຕົກຕ່ຳລົງຢ່າງວ່ອງໄວ.

อาจเป็นรูปภาพของ ตั้งเวลา, โรงกลั่นน้ำมัน และ ข้อความ

ບໍລິສັດ ຫຸ້ນສ່ວນ ອຸດສາຫະກຳອາຍແກ໊ສທຳມະຊາດ ຣັດເຊຍ ອອກຖະແຫຼງການວ່າ: ຍ້ອນວ່າສັນຍາສົ່ງອາຍແກ໊ສທຳມະຊາດຂອງຣັດເຊຍ ໄປ ເອີຣົບ ໂດຍຜ່ານແດນ ອູແກຣນ ທີ່ຣັດເຊຍ ເຊັນກັບ ອູແກຣນ ນັ້ນໝົດອາຍຸການ, ຝ່າຍຣັດເຊຍ ໄດ້ຢຸດສົ່ງອາຍແກ໊ສທຳມະຊາດ ນັບແຕ່ຕົ້ນເດືອນມັງກອນປີນີ້.

LEAVE A REPLY

Please enter your comment!
Please enter your name here