ອົງການສະຫະປະຊາຊາດ ( ສປຊ ) ໄດ້ເປີດເຜີຍ “ ສະຖານະການ ແລະ ການຄາດຄະເນເສດຖະກິດໂລກ ປີ 2025 ” ຫຼື WESP ວ່າການເຕີບໂຕຂອງເສດຖະກິດໂລກຈະຮັກສາຢູ່ໃນລະດັບ 2,8% ໃນປີ 2025 ເຊິ່ງເທົ່າກັບປີ 2024.
ເຖິງວ່າເສດຖະກິດໂລກ ໄດ້ປາກົດມີຄວາມໜຽວແໜ້ນພໍສົມຄວນ ແລະ ໄດ້ຜ່ານການທົດສອບຫຼາຍປະການ ແຕ່ລະດັບການເຕີບໂຕຍັງຕ່ຳກວ່າລະດັບສະເລ່ຍໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ລະດັບ 3,2%.
ສາເຫດຕົ້ນຕໍແມ່ນການລົງທຶນອ່ອນແອ, ປະສິດທິພາບການຜະລິດຂາດກຳລັງເຕີບໂຕ ແລະ ໜີ້ສິນຢູ່ໃນລະດັບສູງ. ຂະນະທີ່ອັດຕາເງິນເຟີ້ຕ່ຳລົງ ແລະ ນະໂຍບາຍເງິນຕາ ທີ່ຜ່ອນຍານ ເປັນໄລຍະຍາວ ຂອງກຸ່ມເສດຖະກິດຕ່າງໆ ອາດຈະໄດ້ກະຕຸ້ນການເຄື່ອນໄຫວດ້ານເສດຖະກິດທົ່ວໂລກ ໃນປີ 2025 ໃນລະດັບໃດໜຶ່ງ.
ແຕ່ຄວາມບໍ່ແນ່ນອນຍັງມີຫຼາຍຢ່າງ ເຊັ່ນ: ການປະທະກັນທາງການເມືອງພູມີພາກ, ສະຖານະການ ການຄ້າເຄັ່ງຕຶງຂຶ້ນຕື່ມອີກ ແລະ ຕົ້ນທຶນການກູ້ຢືມເງິນສູງ ໃນຫຼາຍພາກພື້ນ ເຊິ່ງຈະເປັນສິ່ງທ້າທາຍທີ່ຂ້ຽວຂາດເປັນພິເສດ ຕໍ່ປະເທດທີ່ມີລາຍຮັບຕ່ຳ ແລະ ປະເທດອ່ອນແອ, ປະເທດເຫຼົ່ານີ້ຈະມີການເຕີບໂຕໃນລະດັບຕ່ຳ ແລະ ອ່ອນໄຫວ ເຊິ່ງຈະເປັນໄພຂົ່ມຂູ່ຕໍ່ຄວາມຄືບໜ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ.