ສ້າງສັນພັດທະນາສິ່ງໃໝ່ສະເໝີ

0
185

ໃນການເຮັດວຽກ ຫຼື ປະກອບອາຊີບໃດໜຶ່ງ ຖ້າວ່າພົບພໍ້ບັນຫາໃນການເຮັດວຽກ ການຄິດດີ ຄິດສ້າງສັນ ອາດຈະຊ່ວຍໃຫ້ທ່ານຊອກຫາວິທີການແກ້ໄຂບັນຫາໄດ້ດີຂຶ້ນ ແລະ ອາດເປັນວິທີທີ່ດີກວ່າເກົ່າທີ່ເຄີຍນຳໃຊ້, ຄວາມຄິດ ເປັນປັດໄຈພິເສດທີ່ສຳຄັນຂອງມະນຸດ ແລະ ເປັນທີ່ມາຂອງພຶດຕິກຳຕ່າງໆ ລວມທັງ ຄວາມຄິດສ້າງສັນ ຂໍພຽງແຕ່ມີຄວາມຄິດສ້າງສັນ ແລະ ທຸ່ມເທສະຕິປັນຍາຝຶກແອບເຮັດຕົວຈິງ ທ່ານກໍຈະສາມາດເຮັດສິ່ງໃໝ່ ແລະ ປະສົບຜົນສຳເລັດໄດ້ຫຼາຍຂຶ້ນ.

ແຕ່ໃນການເຮັດວຽກ ມີຫຼາຍຄົນມັກຈະຢຶດຕິດກັບເຕັກນິກວິທີການແບບເກົ່າໆເດີມໆ ແລະ ຖືກສະພາບແວດລ້ອມໜີບຮັດຈູງໃຈໄດ້ສະເໝີ ຖ້າເປັນແນວນີ້ແມ່ນຫຍຸ້ງຍາກທີ່ຈະຊອກຫາວິທີການ, ປັບປຸງ ແກ້ໄຂໄດ້ທັນທີ. ສະນັ້ນພວກເຂົາຈຶ່ງເຮັດວຽກໃນສະພາບເກົ່າໆເດີມໆໄປເລື້ອຍໆ ເມື່ອຮູບແບບວິທີການຂອງວຽກງານບໍ່ປ່ຽນແປງ ຄວາມຄິດ ແລະ ພຶດຕິກຳມີຮູບແບບຄຳພີຕາຍຕົວຂຶ້ນແລ້ວ ກໍຈະປ່ຽນ ຄວາມສິ້ນເຄີຍ ແລະ ເບິ່ງບັນຫາຈາກມູມເດີມ ໂດຍບໍ່ຄິດພິຈາລະນາຈາກມູມອື່ນ ແລະ ສະພາບແວດລ້ອມອື່ນໆຕື່ມ.

ເຖິງແມ່ນວ່າຄວາມຄິດສ້າງສັນ ຈະບໍ່ແມ່ນພອນສະຫວັນທີ່ຕິດໂຕມາແຕ່ເກີດກໍຕາມ ແຕ່ ຄວາມຄິດສ້າງສັນກໍສາມາດຝຶກແອບ ຮຽນຮູ້ໄດ້ຢ່າງຕໍ່ເນື່ອງ, ໃນການເຮັດວຽກຕ້ອງເປີດໃຈພະຍາຍາມຮຽນຮູ້ສິ່ງໃໝ່ ເພື່ອໃຫ້ຕົນເອງໄດ້ຝຶກແອບ ແລະ ພັດທະນາຄວາມຄິດພຶດຕິກຳ ເຊິ່ງການຄົ້ນຄວ້າ ແລະ ສ້າງສັນສິ່ງໃໝ່ທີ່ບໍ່ເຄີຍມີມາກ່ອນ ໂດຍອາໃສພຽງແຕ່ຈິນຕະນາການໃນປັດຈຸບັນ ເກືອບຈະເປັນໄປບໍ່ໄດ້ແລ້ວ ແຕ່ການຝຶກແອບ ແລະ ການຮຽນຮູ້ ຕ້ອງເກີດຈາກການເບິ່ງບັນຫາໃນມູມອື່ນທີ່ແຕກຕ່າງຕື່ມ ຫຼື ອາດທົດລອງເຮັດວຽກດ້ວຍວິທີການໃໝ່ໆ ເພື່ອໃຫ້ເກີດປະສິດທິຜົນທີ່ດີກວ່າ. ສະນັ້ນຄວາມຄິດສ້າງສັນ ກໍຄືຮູບແບບຄວາມຄິດໃນການເຮັດວຽກທີ່ອາດສົ່ງຜົນໃຫ້ມີການປ່ຽນແປງ ຫຼື ມີຜົນຕໍ່ຕະ​ຫຼາດໂດຍລວມ ແລະ ເກີດການປ່ຽນແປງທັງໝົດ.

ໃນສະພາບແວດລ້ອມທາງດ້ານເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີທີ່ມີການປ່ຽນແປງໄວຄືໃນປັດຈຸບັນນີ້ ມີຫຼາຍອົງກອນໄດ້ເລີ່ມໃຫ້ຄວາມສຳຄັນກັບຄວາມຄິດສ້າງສັນຂອງພະນັກງານຫຼາຍຂຶ້ນ ເຊັ່ນ: ໃນການສຳພາດພະນັກງານຂອງບໍລິສັດໄມໂຄຣຊັອບ (Microsoft Company) ພວກເຂົາຕັ້ງຄໍາຖາມສໍາພາດຜູ້ສະໝັກວ່າ: ຄວາມຄິດສ້າງສັນແມ່ນຫຍັງ? ແລະ ການພັດທະນາຕໍ່ຍອດ ຄວາມຄິດສ້າງສັນມີຄວາມສຳຄັນແນວໃດ? ເປັນຕົ້ນ ເຊິ່ງຄຳຖາມເຫຼົ່ານີ້ ຖ້າເບິ່ງໃນລັກສະນະລວມໆແລ້ວ ອາດບໍ່ສຳຄັນ ແຕ່ຄວາມຈິງແລ້ວຄຳຕອບຂອງຜູ້ສະໝັກຈະບອກໃຫ້ຜູ້ສຳພາດຮັບຊາບວ່າ: ຜູ້ສະໝັກວຽກຜູ້ນີ້ ມີ ຄວາມຄິດສ້າງສັນ ຫຼື ບໍ?. ຄວາມຄິດສ້າງສັນໃນການເຮັດວຽກ ຈຶ່ງບໍ່ແມ່ນສິ່ງລະເມີເພີ້ຝັນ ( ບໍ່ຕ້ອງຖືເບົາ ແລະ ຕ້ອງໄດ້ໃຫ້ຄວາມສໍາຄັນ ) ແຕ່ຕ້ອງເປັນຄວາມຄິດກ່ຽວກັບເລື່ອງປົກກະຕິທໍາມະດາທີ່ສາມາດເຮັດໃຫ້ເປັນຮູບປະທຳໄດ້ ຄືກັບບາງຄຳເວົ້າທີ່ວ່າ: “ ຖ້າມີຈິດໃຈສົດໃສບໍລິສຸດສັດຊື່ ທ່ານກໍຈະໄດ້ຍິນສຽງນົກຮ້ອງຢູ່ອ້ອມຂ້າງ ” ໃນລັກສະນະດຽວກັນ ບາງຄັ້ງທ່ານກໍຄວນຖາມຕົນເອງວ່າ ທ່ານເປັນພະນັກງານທີ່ມີທັດສະນະ ຫຼັກໝັ້ນ ແລະ ມີຄວາມຄິດສ້າງສັນແທ້ຈິງ ແລ້ວບໍ?.

ຕົວຢ່າງ: ພະນັກງານທຸກຄົນຂອງບໍລິສັດ ອິນເທວ (Intel Company) ຈະຕ້ອງເປັນພະນັກງານທີ່ມີຄວາມຄິດສ້າງສັນ ແລະ ປະກອບດ້ວຍປະສິດທິພາບໃນການເຮັດວຽກ ຈຶ່ງຈະຖືເປັນຊັບພະຍາກອນທີ່ມີຄ່າສູງສຸດ, ບໍລິສັດຍັງໄດ້ໃຫ້ຄວາມສຳຄັນກັບການສ້າງບັນຍາກາດການເຮັດວຽກ ທີ່ເອື້ອອຳນວຍຕໍ່ການໃຊ້ ຄວາມຄິດສ້າງສັນຫຼາຍທີ່ສຸດ ແລະ ກະຕຸກຊຸກຍູ້ພະນັກງານໃຫ້ໄດ້ຝຶກຝົນຄວາມຄິດຂອງຕົນເປັນປົກກະຕິ ໂດຍອະນຸຍາດໃຫ້ພະນັກງານມີຄວາມຄິດຢ່າງໃດຢ່າງໜຶ່ງ ຫຼື ຖ້າຮູ້ສຶກວ່າແນວຄວາມຄິດເຫຼົ່ານັ້ນສາມາດເອົາໄປປັບປຸງການເຮັດວຽກໃຫ້ດີຂຶ້ນໄດ້ ພວກເຂົາກໍສາມາດດຳເນີນການໄດ້ເລີຍ ໂດຍບໍ່ຕ້ອງຜ່ານການຢັ້ງຢືນທີ່ມີຫຼາຍຂອດຂັ້ນ. ນອກນັ້ນໂຄງສ້າງບໍລິສັດ ຍັງມີບັນດາລະບຽບການເພື່ອຄຸ້ມຄອງ, ມີລັກສະນະລຽບງ່າຍ ບໍ່ມີລຳດັບຂັ້ນຕອນສັບຊ້ອນ ແລະ ພະນັກງານບໍ່ຕ້ອງຄິດຍາກກ່ຽວກັບ: ຫົວໜ້າໜ່ວຍງານທີ່ບໍ່ມີແນວຄິດພັດທະນາ, ກົດໜ່ວງຖ່ວງດຶງ ຢຶດຕິດກັບແບບແຜນຄວາມຄິດແບບເກົ່າໆ ເຊິ່ງຖ້າບໍ່ໝັ້ນໃຈໃນຄວາມຄິດຂອງຕົນ ກໍສາມາດຂໍຄຳເຫັນແລກປ່ຽນ, ຄຳແນະນຳຈາກຜູ້ບໍລິຫານ ຫຼື ຂໍການສະໜັບສະໜູນຈາກພວກເຂົາຕໍ່ໄປໄດ້.

ແຕ່ເພື່ອປ້ອງກັນຜົນເສຍຫາຍທີ່ອາດເກີດຈາກການໃຊ້ຄວາມຄິດທີ່ເກີນຂອບເຂດທີ່ລະບຽບຫລັກການກຳນົດໄວ້ ບໍລິສັດອິນເທວ ຈຶ່ງໄດ້ກະກຽມລະບົບເພື່ອປະເມີນໂຄງການທີ່ມີຄວາມສ່ຽງ ແລະ ພະຍາຍາມປັບປຸງແກ້ໄຂໂຄງການໃຫ້ຮັດກຸມຫລາຍຂຶ້ນ ສ່ວນການປ້ອງກັນຄວາມສ່ຽງທີ່ບໍ່ສາມາດຄາດຄະເນໄດ້ນັ້ນ ບໍລິສັດໄດ້ກະກຽມຄວາມພ້ອມ ເພື່ອຮັບມືກັບຄວາມຜິດພາດ ແລະ ຄວາມເສຍຫາຍທີ່ອາດຈະເກີດຂຶ້ນ ເຊັ່ນດຽວກັນ.

ເພື່ອໃຫ້ການແລກປ່ຽນ ຄວາມຄິດແບບສະດວກສະບາຍ ແລະ ພະນັກງານຮ່ວມຮຽນຮູ້ປະສົບການຂອງຜູ້ອື່ນໆ ລວມທັງການສະແດງອອກໃນດ້ານທີ່ສ້າງສັນຫລາຍຂຶ້ນ, ບໍລິສັດຈຶ່ງຈັດໂຄງການ ມື້ແຫ່ງ ຄວາມຄິດສ້າງສັນ ເພື່ອເປີດໂອກາດໃຫ້ພະນັກງານສະແດງຄວາມຄິດເຫັນໃໝ່ໆ ແລະ ຜູ້ທີ່ຊະນະຈະໄດ້ຮັບເງິນຮາງວັນ ມູນຄ່າ 1 ແສນໂດລາສະຫະ ລັດ ແລະ ບໍລິສັດຈະໃຫ້ເວລາ 1 ປີ ໃນການດຳເນີນໂຄງການຕາມແນວຄິດຂອງຕົນໃຫ້ສຳເລັດ. ສ່ວນພະນັກງານຜູ້ອື່ນໆທີ່ມີຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນການຮຽນຮູ້ໃນລະດັບທີ່ດີ ກໍຈະໄດ້ເລື່ອນຕຳແໜ່ງສູງຂຶ້ນ ແລະ ໄດ້ພົບກັບວຽກງານທີ່ທ້າທາຍເພື່ອເກັບກ່ຽວບົດຮຽນປະສົບການໃໝ່ໆຕໍ່ໄປ.

ຈາກເນື້ອໃນ ແລະ ຕົວຢ່າງດັ່ງທີ່ໄດ້ກ່າວມານັ້ນ ທ່ານຄິດວ່າຕົນເອງຈະສ້າງສັນຄວາມຄິດໃນການເຮັດວຽກໄດ້ແນວໃດ? ແລະ ຖ້າຕ້ອງການສ້າງສັນວຽກງານໃນຮູບແບບໃໝ່ ຈຳເປັນຕ້ອງໄດ້ທົບທວນ ແລະ ເອົາໃຈໃສ່ດັ່ງນີ້:

  1. ຄິດສ້າງສັນ: ໝາຍວ່າຕ້ອງຄິດນອກຂອບເຂດ ແລະ ຕີລາຄາເບິ່ງສິ່ງຕ່າງໆໃນແບບໃໝ່ ພະຍາຍາມເຕືອນຕົນເອງໃຫ້ເບິ່ງບັນຫາຮອບດ້ານ ແລະ ພິຈາລະນາວິທີການປັບປຸງປະສິດທິພາບໃຫ້ດີຂຶ້ນ, ສ່ວນຫລາຍຄົນທົ່ວໄປມັດຍຶດຕິດກັບຄວາມຄິດແບບເກົ່າໆ ຍ້ອນປະຢັດເວລາໃນການຄິດ ແລະ ຮັກສາສະມາທິໃນການເຮັດວຽກໄດ້ ແຕ່ຂອບເຂດຄວາມຄິດເຫລົ່ານີ້ ສ່ວນຫລາຍຈະເປັນອຸປະສັກຕໍ່ການສ້າງສັນຜົນງານໃໝ່ໃຫ້ເກີດມີປະສິດທິພາບ.
  2. ຮຽນຮູ້ ແລະ ເອົາ ຄວາມຄິດມາໝູນໃຊ້: ການໝູນໃຊ້ຄວາມຄິດ ແມ່ນການເອົາຄວາມສ້າງສັນມາໃຊ້ໃຫ້ເກີດປະໂຫຍດ ໂດຍຄັດເລືອກເບິ່ງ ແລະ ພິຈາລະນາບັນຫາໃນຫລາຍໆດ້ານ ເພື່ອຂ້າມຜ່ານຂອບເຂດແນວຄວາມຄິດແບບເກົ່າໆເຫລົ່ານັ້ນ.
  3. ຕ້ອງກ້າຄິດ ແລະ ກ້າເຮັດໃຫ້ເກີດດອກອອກຜົນ: ມີຫລາຍຄົນຍຶດຕິດກັບຊີວິດແບບເກົ່າໆ ບໍ່ຕ້ອງການປ່ຽນແປງສະພາບແວດລ້ອມທີ່ກຳລັງເປັນຢູ່ ແລະ ຄວາມຄິດສ່ວນໜຶ່ງຂອງພວກເຂົາຄິດວ່າ ການປ່ຽນແປງຈະກະທົບເຮັດໃຫ້ເກີດສະພາບການທີ່ບໍ່ສາມາດຄວບຄຸມໄດ້ ລວມທັງມີບັນຫາທີ່ຈະຫຍຸ້ງຍາກໃນການປັບປຸງແກ້ໄຂ ເປັນຕົ້ນ.

ສະຫລຸບແລ້ວ ໃນຖານະພະນັກງານ ທີ່ມີຄວາມຄິດສ້າງສັນ ແລະ ກ້າຫານທີ່ຈະຕໍ່ສູ້ກັບບັນຫາ ແລະ ອຸປະສັກຕ່າງໆ ທ່ານຈຳເປັນຕ້ອງປະຖິ້ມຄວາມຢ້ານ-ມັກງ່າຍ ເພື່ອເຮັດຕາມ ຄວາມຄິດຄວາມຝັນທີ່ຖືກຕ້ອງໃຫ້ປະກົດຜົນເປັນຈິງ ແລະ ເມື່ອເກີດຄວາມຄິດສ້າງສັນ ຈະຕ້ອງຕິດຕໍ່ສື່ສານໃຫ້ຜູ້ບໍລິຫານຂັ້ນເທິງຖັດ ແລະ ພະນັກງານຂັ້ນລຸ່ມ ເຂົ້າໃຈແນວຄິດທັດສະນະ, ແຜນງານໂຄງການເລື້ອຍໆ ເນື່ອງຈາກວ່າການປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ ຫຼື ຈາກສະພາບແວດລ້ອມເກົ່າໄປສູ່ສະພາບແວດລ້ອມໃໝ່ນັ້ນ ອາດເຮັດໃຫ້ເກີດມີສະພາບການຕໍ່ຕ້ານກີດກັ້ນ, ລະແວງສົງໄສ ແລະ ການປະຕິເສດພາຍນອກ ທ່ານຕ້ອງກະກຽມຈິດໃຈໃຫ້ພ້ອມ ແລະ ສຳຄັນທີ່ສຸດ. ຜູ້ບໍລິຫານຈະຕ້ອງໃຫ້ການສະໜັບສະໜູນ ຈຶ່ງຈະສາມາດກຳຈັດປັດເປົ່າບັນດາອຸປະສັກ ແລະ ສະພາບແນວຄິດຕໍ່ຕ້ານການໃຊ້ຄວາມຄິດສ້າງສັນເຫລົ່ານັ້ນອອກໄປໄດ້. ນອກນັ້ນ ຍັງຕ້ອງສ້າງຄວາມເຂົ້າໃຈຕື່ມວ່າ ພຽງແຕ່ທ່ານມີຄວາມຄິດສ້າງສັນ ແລະ ກ້າຫານພໍສົມຄວນ ເຖິງຈະບໍ່ປະສົບຜົນສຳເລັດກໍຕາມ ແຕ່ຜົນເສຍຫາຍກໍຈະບໍ່ຮ້າຍແຮງເກີນກວ່າທີ່ຈະແກ້ໄຂ ແລະ ສິ່ງທີ່ທ່ານໄດ້ຮັບຈະຕ້ອງມີຫລາຍກວ່າສິ່ງທີ່ເສຍໄປ ເປັນຕົ້ນ.

LEAVE A REPLY

Please enter your comment!
Please enter your name here