ໃນວັນທີ 15 ມັງກອນ 2025, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການສະສາງລົດຂອງລັດ ທີ່ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ນໍາໃຊ້ ຊຸດທີ IV ໂດຍການນໍາພາຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ມີຄະນະຮັບຜິດຊອບ, ພະນັກງານບໍານານ ແລະ ພະນັກງານປະຈໍາການ ທີ່ມາຈາກບັນດາກົມອ້ອມຂ້າງ ຂອງກະຊວງການເງິນ ເຂົ້າຮ່ວມ.
ໃນການສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ໃນຄັ້ງນີ້ ແມ່ນອີງຕາມດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ ລົງວັນທີ 04 ກຸມພາ 2022 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ແລະ ອີງຕາມບົດລາຍງານຂອງກົມຄຸ້ມຄອງຊັບສິນແຫ່ງລັດ ເຊິ່ງລົດທີ່ສາມາດສະສາງອອກໃຫ້ໄດ້ແມ່ນຕ້ອງເປັນລົດຂອງລັດ ທີ່ນອນໃນເປົ້າໝາຍການສະສາງ ແມ່ນລົດບໍລິຫານ (ປ້າຍຟ້າ) ທີ່ພະນັກງານບໍານານ ໄດ້ເອົາໄປນໍາໃຊ້ໃນເວລາເຂົ້າຮັບອຸດໜູນບໍານານ ແລະ ລົດຂອງລັດ ທີ່ພະນັກງານປະຈໍາການທີ່ເຄີຍນໍາໃຊ້ມາແລ້ວ ປະເພດລົດໃຫ່ຍແມ່ນລົດທີ່ມີອາຍຸການນໍາໃຊ້ 10 ປີຂຶ້ນໄປ, ສ່ວນລົດຈັກ ແມ່ນລົດທີ່ມີອາຍຸການນໍາໃຊ້ 05 ປີຂຶ້ນໄປ ແລະ ເປັນລົດທີ່ທາງການຈັດຕັ້ງທີ່ກ່ຽວຂ້ອງບໍ່ໄດ້ນໍາໃຊ້ແລ້ວ.
ສໍາລັບພະນັກງານທີ່ມີເງື່ອນໄຂສະເໜີຂໍຫັນກໍາມະສິດລົດຂອງລັດ ເປັນຕົ້ນ ພະນັກງານບໍານານ ແມ່ນຕ້ອງເປັນຜູ້ທີ່ໄດ້ຮັບອຸດໜູນບໍານານ ກ່ອນອອກຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ທີ່ໄດ້ເອົາລົດຂອງລັດ ໄປນໍາໃຊ້ໃນໄລຍະຜ່ານມາ, ເປັນຜູ້ທີ່ໄດ້ມີການຕົກລົງຫັນກໍາມະສິດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງຕົນເອງແລ້ວ ທີ່ຍັງບໍ່ໄດ້ຕີມູນຄ່າ, ປະກອບເອກະສານ ແລະ ມອບເງິນເຂົ້າງົບປະມານແຫ່ງລັດ ແລະ ຕ້ອງສາມາດຊໍາລະເງິນຄ່າລົດ, ພາສີ-ອາກອນຕ່າງໆ ກ່ຽວກັບລົດດັ່ງກ່າວເປັນງວດດຽວ ເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນຕາມຈໍານວນ ແລະ ກໍານົດເວລາ.
ສ່ວນພະນັກງານປະຈໍາການ ທີ່ສະເໜີຂໍຫັນກໍາມະສິດລົດຂອງລັດ ປະເພດລົດໃຫ່ຍ ແມ່ນຕ້ອງມີຕໍາແໜ່ງ ບໍລິຫານປະເພດ 4 ຂຶ້ນໄປ, ລົດທີ່ສະເໜີຂໍຊື້ຕ້ອງເປັນລົດທີ່ຕົນເອງໄດ້ນໍາໃຊ້ໃນໄລຍະຜ່ານມາ ແລະ ມີອາຍຸການນໍາໃຊ້ 10 ປີ ຂຶ້ນໄປ; ສໍາລັບປະເພດລົດຈັກ ຕ້ອງເປັນພະນັກງານ ທີ່ມີອາຍຸການສັງກັດລັດຫຼາຍກວ່າ 07 ປີ ຂຶ້ນໄປ; ລົດທີ່ສະເໜີຂໍຊື້ຕ້ອງເປັນລົດທີ່ຕົນເອງໄດ້ນໍາໃຊ້ໃນໄລຍະຜ່ານມາ ແລະ ມີອາຍຸການນໍາໃຊ້ 05 ຂຶ້ນໄປ ແລະ ຕ້ອງຮັບປະກັນການຊຳລະເງິນ ຄ່າລົດ, ຄ່າພາສີ-ອາກອນຕ່າງໆກ່ຽວກັບລົດດັ່ງກ່າວ ເປັນງວດດຽວ ເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນຕາມຈໍານວນ ແລະ ກຳນົດເວລາ. ຖ້າບຸກຄົນໃດ ທີ່ຕ້ອງການຫັນ ຫາກບໍ່ສາມາດປະຕິບັດຕາມເງື່ອນໄຂທີ່ກຳນົດ ຕ້ອງໃຫ້ຖອນຄືນມາເປັນລົດບໍລິຫານຂອງລັດ.
ໃນການສະສາງລົດຂອງລັດ ໃຫ້ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ໃນຄັ້ງນີ້ ແມ່ນເປັນຊຸດທີ 4 ທີ່ໄດ້ມີການສະສາງ ເຊິ່ງມີທັງໝົດ ຈໍານວນ 16 ຄັນ ໃນນີ້, ມີລົດກະບະ 14 ຄັນ, ລົດຈິບ 1 ຄັນ ແລະ ລົດຈັກ 1 ຄັນ ເຊິ່ງສະສາງໃຫ້ພະນັກງານບໍານານ ຈໍານວນ 4 ທ່ານ ແລະ ໃຫ້ພະນັກງານ ປະຈໍາການນໍາໃຊ້ ຈໍານວນ 12 ທ່ານ. ພາຍຫຼັງຄະນະຮັບຜິດຊອບ ໄດ້ມີການປົດປ້າຍທະບຽນລົດຂອງລັດອອກ ກໍ່ຍັງໄດ້ມີການກວດກາສະພາບລົດ ແລະ ປີທີ່ຜະລິດລົດ ເພື່ອປະເມີນລາຄາ ຕາມລະບຽບຫຼັກ ທີ່ໄດ້ກໍານົດໄວ້ ກ່ອນທີ່ຈະຫັນກໍາມະສິດລົດຂອງລັດ ໃຫ້ບຸກຄົນນໍາໃຊ້.