ຄວາມຄືບໜ້າຂອງສາເຫດດິນຍຸບຕົວ ຢູ່ບໍລິເວນເຂດບ້ານປາກເປັ່ງ ເມືອງທ່າແຂກໃນວັນທີ 14 ມັງກອນ 2025 ຄະນະທິມງານຈາກກະຊວງພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ), ຄະນະວິສະວະກໍາສາດ(ມະຫາວິທະຍາໄລແຫ່ງຊາດ) ໄດ້ສົມທົບກັບ ພະແນກພະລັງານ ແລະ ບໍ່ແຮ່ແຂວງຄຳມ່ວນ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງທ່າແຂກ, ຄະນະວິຊາການຕິດຕາມການຊີເຈາະສຳຫຼວດພາກສະໜາມ (ເຂດດິນຍຸບຕົວ) ແລະ ຄະນະວິຊາການຂອງບໍລິສັດ ຊີໂນອາກກຣີໂປຕາສ ຈໍາກັດ
ລົງຕິດຕາມກວດກາຄວາມຄືບໜ້າ ຂອງການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ມີສະພາບດິນຍຸບຕົວ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ; ໃນການເຈາະສໍາຫຼວດຄັ້ງນີ້ ໄດ້ຄັດເລືອກເອົາ 3 ຈຸດ (ເປັນຮູບສາມແຈ) ເພື່ອດໍາເນີນການຊີເຈາະ ທັງນີ້ກໍເພື່ອໃຫ້ຄວບຄຸມເອົາບໍລິເວນຈຸດທີ່ມີສະພາບດິນຍຸບຕົວ ເຊິ່ງເຄື່ອງຈັກຊີເຈາະດັ່ງກ່າວມີຄວາມສາມາດໃນການເຈາະເລິກສຸດປະມານ 500 ແມັດຈາກໜ້າດິນ; ຈາກຜົນຂອງການຊີເຈາະໃນເບື້ອງຕົ້ນເຫັນໄດ້ວ່າ: ຮູເຈາະທີ 1 ມີຄວາມເລີກ 300 ແມັດ ໃນນັ້ນລະດັບຄວາມເລິກ 78.8 ແມັດ ເຖິງ 80.9 ແມັດ ແລະ ຄວາມເລິກລະດັບ 104.30 ແມັດ ເຖິງ 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ); ຮູເຈາະທີ 2 ມີຄວາມເລິກ 350 ແມັດ ໃນນັ້ນ ລະດັບຄວາມເລິກ 61.1 ແມັດ ເຖິງ 64.3 ແມັດ ແລະ ຄວາມເລິກລະດັບ 80.9 ແມັດ ເຖິງ 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ຮູເຈາະທີ 3 ມີຄວາມເລິກ 104.45 ແມັດ ສ່ວນໃຫຍ່ເປັນຊັ້ນດິນໜຽວ ແລະ ຫີນຕົມ; ພ້ອມນັ້ນ, ກໍໄດ້ຄັດເລືອກເອົາຕົວຢ່າງຈາກແທ່ງເຈາະ (ທີ່ໄດ້ຈາກການເຈາະ) ໄປວິເຄາະວິໄຈ ຊອກຫາຄຸນລັກສະນະທາງດ້ານເຄມີ ແລະ ຟີຊິກ. ສໍາລັບຮູເຈາະທີ 3 ນີ້ ຈະສືບຕໍ່ດໍາເນີນການເຈາະໃຫ້ທະລຸຊັ້ນເກືອ, ຄາດວ່າຈະສໍາເລັດໃນວັນທີ 21 ມັງກອນນີ້.
ຈາກຜົນຂອງການຊີເຈາະມາຮອດປະຈຸບັນ ໃນລະດັບຄວາມເລີກ 300 ເຖິງ 350 ແມັດຈາກໜ້າດິນ ເລິກກ່ອນລະດັບອຸໂມງໃຕ້ດິນທີ່ບໍລິສັດກໍາລັງດໍາເນີນການຂຸດຄົ້ນຢູ່ໃນປະຈຸບັນນັ້ນ ເຫັນວ່າ ບໍ່ພົບກິດຈະກໍາຂອງການຂຸດຄົ້ນເກືອໂປຕາສ ຢູ່ໃຕ້ດິນໃນບໍລິເວນດັ່ງກ່າວ, ສອດຄ່ອງກັບຜົນການກວດກາວັດແທກຂອບເຂດການຂຸດຄົ້ນໃຕ້ດິນຂອງກົມແຜນທີ່ແຫ່ງຊາດໃນເດືອນທັນວາ 2024 ທີ່ຜ່ານມາ ໂດຍມີແລວເສັ້ນການວັດແທກເກາະກ່າຍຕາມແລວອຸໂມງຄວາມຍາວປະມານ 14 ກິໂລແມັດ, ຂອບເຂດການຂຸດຄົ້ນໃຕ້ດິນຂອງບໍລິສັດ (ຈຸດທີ່ໃກ້ສຸດ) ມີໄລຍະຫ່າງຈາກຈຸດທີ່ມີສະພາບດິນຍຸບ ປະມານ 176 ແມັດ, ຫ່າງຈາກອຸໂມງລົມ 422 ແມັດ ແລະ ການຂຸດຄົ້ນຂອງບໍລິສັດຢູ່ໃນລະດັບຄວາມເລິກ ຈາກໜ້າດິນປະມານ 171 – 194 ແມັດ.
ໃນບາດກ້າວຕໍ່ໄປ ເພື່ອເປັນຂໍ້ມູນສົມທົບໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນ ແລະ ໃກ້ຄຽງສະພາບຄວາມເປັນຈິງຍິ່ງຂຶ້ນ; ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ດໍາເນີນການສືບຕໍ່ສຶກສາສໍາຫຼວດດ້ວຍວິທີສໍາຫຼວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ ໂດຍຈະໃຫ້ສໍາເລັດ ແລະ ລາຍງານຕໍ່ລັດຖະບານ ໃນໄວໆ ນີ້.