ໃນຕອນບ່າຍວັນທີ 15 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແມ່ນໄດ້ລົງຢ້ຽມຢາມ ພື້ນຖານການຜະລິດເຂົ້ານາໄຮ່ໃຫຍ່ ແລະ ໂຄງການຊົນລະປະທານຈັກສູບນໍ້າ ບ້ານຫີນສິວ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ເຂົ້າຮ່ວມຕິດຕາມ.
ໂຄງການຊົນລະປະທານຈັກສູບນໍ້າ ແຫ່ງນີ້, ມີເນື້ອທີ່ສະໜອງນໍ້າ 327 ເຮັກຕາ, ມີຫົວຈັກສູບນໍ້າປະເພດເຮືອແພ 3 ເຄື່ອງ; ມີລະບົບຄອງເໜືອງ 11 ເສັ້ນ ຍາວ 11.219 ແມັດ, ມີກຸ່ມຊາວນາເຂົ້າຮ່ວມໃນການເຮັດນາຫລາຍຄອບຄົວ ເຊິ່ງການຜະລິດໃນໄລຍະຜ່ານມາ ແມ່ນໄດ້ຮັບຜົນຜະລິດສູງສົມຄວນ ສະເລ່ຍເຮັກຕາໜຶ່ງໄດ້ເຖິງ 8 ໂຕນ ໂດຍນໍາໃຊ້ກົນຈັກເຂົ້າໃນການຜະລິດ. ຈາກນັ້ນ, ທ່ານປະທານປະເທດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມຄອບຄົວຕົວແບບຜະລິດກະສິກໍາແບບປະສົມປະສານ ຢູ່ບ້ານຫລັກ 94 ເມືອງລະຄອນເພັງ ເຊິ່ງຄອບຄົວດັ່ງກ່າວ ເປັນຄອບຄົວຕົວແບບໃນການຜະລິດສາລີ, ພືດຜັກ ແລະ ລ້ຽງໜູ ສ້າງລາຍຮັບເຂົ້າຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆຖ້າທຽບໃສ່ໃນເມື່ອກ່ອນແມ່ນດີຂຶ້ນຢ່າງຂາດຂັ້ນ.
ພາຍຫລັງສໍາເລັດການເຄື່ອນໄຫວ ຢ້ຽມການຜະລິດ ຢູ່ແຂວງສາລະວັນ, ທ່ານເລຂາທິການໃຫຍ່, ປະທານ ປະເທດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມໂຮງສີເຂົ້າທັນສະໄໝ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ, ພອ້ມດ້ວຍອໍານາດການປົກຄອງເມືອງ. ໂຮງສີເຂົ້າທັນສະໄໝ ຂອງໂຄງການພັດທະນາ ຊົນລະກະເສດ ແລະ ຊົນນະບົດຮອບດ້ານ ຕັ້ງຢູ່ບ້ານນາຂ້າມ ເມືອງສອງຄອນ, ສາມາດສີເຂົ້າໄດ້ 5 ໂຕນ/ຊົ່ວໂມງ, ມີໂຮງອົບແຫ້ງ 4 ເຄື່ອງ ເຄື່ອງໜຶ່ງອົບໄດ້ 30 ໂຕນ/ມື້, ລວມ 120 ໂຕນ/ມື້. ພ້ອມນີ້, ຍັງມີສາງເກັບມ້ຽນເຂົ້າໄດ້ 9.000 ໂຕນ, ໂຮງອະນາໄມຄັດເມັດເຂົ້າ, ໄຊໂລ 2 ແທັງ ບັນຈຸແທັງລະ 100 ໂຕນ ແລະ ຕາຊັ່ງນໍ້າໜັກ ຂະໜາດ 50 ໂຕນ.
ການຈັດຕັ້ງປະຕິບັດວຽກງານກໍ່ສ້າງ ໂຮງສີເຂົ້າທັນສະໄໝ ຂອງໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດ ຮອບດ້ານ ເມືອງສອງຄອນ ໄດ້ເລີ່ມການກໍ່ສ້າງທ້າຍເດືອນທັນວາ 2020 ແລະ ສຳເລັດໃນເດືອນຕຸລາ 2024, ມາຮອດປັດຈຸບັນ ສາມາດເປີດທົດລອງ ນໍາໃຊ້ຫລັງຈາກລະດູການເກັບກ່ຽວເຂົ້ານາປີ 2024, ສໍາລັບແຜນການຄຸ້ມຄອງໂຮງສີເຂົ້າ ຄະນະຄຸ້ມຄອງໂຄງການໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ດໍາເນີນການຮ່າງດ້ານນິຕິກຳ ເພື່ອສ້າງໃຫ້ເປັນວິສາຫະກິດຄໍ້າປະກັນສະບຽງອາຫານ ຮ່ວມກັບຜູ້ປະກອບການທີ່ມີເງື່ອນໄຂຄົບຖ້ວນ ແນໃສ່ສ້າງໃຫ້ເປັນຄັງແຮເຂົ້າແຫ່ງຊາດ ເພື່ອນໍາໃຊ້ໃນກໍລະນີຈຳເປັນ ແລະ ແຊກແຊງລາຄາເຂົ້າໃນຕະຫລາດ.
ຈາກນັ້ນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ສືບຕໍ່ເດີນທາງໄປເມືອງໄຊບູລີ ເພື່ອຢ້ຽມຢາມ ໂຮງງານນໍ້າຕານມິດລາວ ເຊີ່ງໄດ້ເປີດດໍາເນີນການແຕ່ວັນທີ 1 ສິງຫາ 2007 ເປັນຕົ້ນມາ ໃນເນື້ອທີ່ສໍາປະທານ 10.000 ເຮັກຕາ ໂດຍປູກອ້ອຍແບບທັນສະໄໝ, ສ້າງສູນຜະລິດຕະພັນອ້ອຍ ແນໃສ່ສົ່ງເສີມໃຫ້ປະຊາຊົນໃນບໍລິ ເວນດັ່ງກ່າວ ຢຶດຖືອາຊີປູກອ້ອຍແບບຢືນຢົງ ເພື່ອສະໜອງໃຫ້ໂຮງງານ ຜະລິດເປັນນໍ້າຕານ ຫລື ຜະລິດຕະພັນຊະ ນິດຕ່າງໆ. ສ່ວນກາກອ້ອຍ ແມ່ນໄດ້ໝູນໃຊ້ເຂົ້າໃນການຜະລິດພະລັງງານ(ໄຟຟ້າ)ທົດແທນ. ນອກຈາກນັ້ນ, ບໍລິສັດ ຍັງໄດ້ສະໜັບສະໜູນ, ສົ່ງເສີມປະຊາຊົນ ຮູ້ການພັດທະນາແບບຢືນຢົງ, ມີຄວາມຮູ້ທາງດ້ານເສດຖະກິດ, ກະສິກຳ, ໃຫ້ທຶນການສຶກສາແກ່ລູກຫລານພະນັກງານໂຮງງານ ແລະ ມີສູນລ້ຽງເດັກ ພາຍໃນໂຮງງານ ແລະ ອື່ນໆ. ສ່ວນຜະລິດຕະພັນ ແມ່ນໄດ້ຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.
ໂອກາດລົງຢ້ຽມຢາມແຕ່ລະບ່ອນນັ້ນ, ທ່ານເລຂາທີການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຊົມ ເຊີຍ ຕໍ່ບັນດາຜູ້ຜະລິດສິນຄ້າ ກໍຄື ໂຮງງານ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມເປັນເຈົ້າໃນການຜະລິດ ແລະ ການດຳ ເນີນທຸລະກິດນັບມື້ສູງຂຶ້ນປະກອບສ່ວນເຮັດໃຫ້ປະຊາຊົນ ມີລາຍຮັບສູງຂຶ້ນ, ບັນດາໂຮງງານກໍມີລາຍຮັບທີ່ດີ ແລະ ສົ່ງອອກສິນຄ້າຈໍາໜ່າຍພາຍໃນ ແລະ ຕ່າງປະເທດ, ສິ່ງສໍາຄັນແມ່ນໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນເຂດໃກ້ຄຽງ.
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ