ປ່າເຢັ້ງຊາ ລໍ່ ຕິດ 1 ໃນ 8 ບຸກຄົນລຸ້ນລາງວັນສາຂາ ແບບຢ່າງທາງສັງຄົມ ໃນງານ Alist Star Awards 2025

0
139

ປ່າເຢັ່ງຊາ ລໍ່ Miss Universe Laos 2022 ກາຍເປັນ 1 ໃນ 8 ບຸກຄົນທີ່ໄດ້ລຸ້ນລາງວັນສາຂາ ແບບຢ່າງທາງສັງຄົມ ໃນງານ Alist Star Awards 2025 ທີ່ຈະມີການປະກາດຢ່າງເປັນທາງການໃນວັນທີ 18 ມັງກອນ 2025 ຫຼັງມີການປະກາດລາຍຊື່ອອກມາຢ່າງເປັນທາງການ.

ສໍາລັບ ປ່າເຢັ່ງຊາ ລໍ່ Miss Universe Laos 2022 ກາຍເປັນຜູ້ຍິງລາວທີ່ບົດບາດສູງໃນສັງຄົມລາວ ຈາກການເປັນຄູສອນ, ກ້າວມາເປັນ Miss Universe Laos 2022 ແລະ ຕໍ່ຈາກນັ້ນກໍໄດ້ສ້າງຄຸນງາມຄວາມດີຊ່ວຍເຫຼືອສັງຄົມ ຈົນໄດ້ຮັບລາງວັນຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ມອບຫຼຽນ ຊາວໜຸ່ມຕະລຸມບອນ ແລະ ລວມທັງຍັງເປັນສ່ວນສໍາຄັນໃນການສ້າງໂຄງການດີໆຫຼາຍໆດ້ານ.

ຫຼ້າສຸດທາງຝ່າຍຈັດງານ Alist Star Awards 2025 ໄດ້ມີການປະກາດຜູ້ເຂົ້າລຸ້ນລາງວັນສາຂາ “ ແບບຢ່າງທາງສັງຄົມ ” ຈໍານວນ 8 ທ່ານດັ່ງນີ້:
1. ປ່າເຢັ່ງຊາ ລໍ່ (ໂຄງການຊ່ວຍເຫລືອສິດທິແມ່ຍິງແລະປະຊາສຳພັນໂຄງການປື້ມເພື່ອເດັກ)
2. ອິນທີ ເດືອນສະຫວັນ (ໂຄງການສິ່ງແວດລ້ອມແບບຢືນຍົງ ແລະ ບ່ອນທ່ອງທ່ຽວແບບຢືນຍົງ)
3. Muay Sananya vks (ໂຄງການຊ່ວຍເຫຼືອແມ່ຍິງແລະເດັກນ້ອຍ ແລະຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
4. Chandaly sitphaxay (ທ່ານຫມໍລົງຊຸມຊົນອາສາ, ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
5. MIT PASA (ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
6. Jennie tonkham (ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
7. ລູກນ້ຳ ທິດາລັດ (ຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອໄພພິບັດຕ່າງໆທີ່ເກີດຂື້ນ)
8. JOJO Miracle (ໂຄງການຊ່ວຍເຫຼືອນ້ຳຖ້ວມ, ຄອນເສີດໃຫຍ່ລະດົມທຶນ)

ສໍາລັບ ຜົນໂຫວດຈາກການເມັ້ນຊື່, ແຊຣ ພ້ອມຂຽນຊື່ມີສ່ວນຊ່ວຍໃນການຕັດສິນ 60% + 40% ຈາກຄົນວົງການ, ສື່ມວນຊົນ ແລະ ຄະນະກຳມະການ ໂດຍຈະມີການປະກາດຢ່າງເປັນທາງການໃນວັນທີ 18 ມັງກອນ 2025.
ຂ່າວ: Larh Creators; ຮູບຈາກ: Alist Star Awards

LEAVE A REPLY

Please enter your comment!
Please enter your name here