ການແຂ່ງຂັນກີລາບານເຕະ ຊິງຂັນເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ Lao Youth Union Cup ຄັ້ງທີ 2 ໄດ້ເປີດສາກຂຶ້ນຢ່າງເປັນທາງການເມື່ອວັນທີ 15 ມັງກອນ 2025 ທີ່ສະໜາມກີລາລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ເລີ່ມການແຂ່ງຂັນຢ່າງເປັນທາງການລະຫວ່າງວັນທີ 16 ມັງກອນ ຫາວັນທີ 24 ກຸມພາ 2025.
ສໍາລັບ ຮູບແບບການແຂ່ງຂັນມີ 24 ທີມແບ່ງອອກເປັນ 4 ກຸ່ມ ພົບກັນໝົດໃນກຸ່ມ ແລ້ວຄັດເອົາ ທີ 1 ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
-ກຸ່ມ A : ສານປະຊາຊົນສູງສຸດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການໄອຍາການປະຊາຊົນສູງສຸດ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ທະນາຄານ ແຫ່ງ ສປປ ລາວ.
-ກຸ່ມ B : ກະຊວງສາທາລະນະສຸກ, ກະຊວງການເງີນ, ກະຊວງ ການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ແຊ້ມເກົ່າ, ກະຊວງສຶກສາທິການ ແລະ ກີລາ ຮອງແຊ້ມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.
-ກຸ່ມ C : ສະຖາບັນວິທະຍາສາດ, ເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້, ສູນກາງແນວລາວສ້າງຊາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
-ກຸ່ມ D : ອົງການກວດສອບແຫ່ງລັດ, ຊາວໜຸ່ມ ນະຄອນຫລວງວຽງຈັນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.
ຂ່າວ: Larh Creators ; ຮູບຈາກ: Lao Youth Union Cup