ໃນວັນທີ 15 ມັງກອນ 2025 ຜ່ານມາ ກະຊວງປ້ອງກັນປະເທດ ໄດ້ມີພິທີກາດແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງພັນ ແລະ ກອງບັນຊາການ ທີ່ຂຶ້ນກັບກັບກະຊວງປ້ອງກັນປະເທດ, ຈັດຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ດອນ ໄພວົງ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດ ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການ ແຕ່ງຕັ້ງຂັ້ນຮອງລັດຖະມົນຕີ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງບັນຊາການ ຂຶ້ນກັບກະຊວງປ້ອງກັນປະເທດ. ໃນນີ້, ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເປັນຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ.
ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ເປັນຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ເປັນຜູ້ບັນຊາການ ກອງບັນຊາການທະຫານຊາຍແດນ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ເປັນຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ເປັນຫົວໜ້າການທະຫານ ກອງພົນທີ 1, ສະຫາຍ ພັນເອກ ສອນເພັດ ຈັນສົມ ເປັນຫົວໜ້າການທະຫານກອງທີ 2, ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ເປັນຫົວໜ້າການເມືອງກອງພົນທີ 2, ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ເປັນຫົວໜ້າການເມືອງກອງພົນທີ 4, ສະຫາຍ ພັນເອກ ຄໍາກົດ ອິນສີນາ ເປັນຫົວໜ້າການເມືອງກອງພົນທີ 5.
ຈາກນັ້ນ, ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ພັນແສງ ບຸນພັນ ເປັນຮັກສາການຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງປ່ຽນແທນເລຂາຄະນະພັກ ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ ແລະ ເລຂາຄະນະພັກຮາກຖານກົມວິທະຍາສາດປະຫວັດສາດການທະຫານ. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນເລຂາຄະນະພັກ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນເລຂາຄະນະພັກ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນເລຂາຄະນະພັກ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະພັກ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ທະນຸກອນ ສຸລິຍະແສງ ເປັນເລຂາຄະນະພັກ ກອງບັນຊາການທະຫານອາກາດ, ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເປັນເລຂາຄະນະພັກຮາກຖານ ກົມວິທະຍາສາດປະຫັວດສາດ ການທະຫານ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ; ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ, ວິລະກໍາການຕໍ່ສູ້ພິລະອາດຫານ ແລະ ສູ້ຮົບມີໄຊ ທີ່ສະຫງ່າອົງອາດຂອງກອງທັບເຮົາ.