ໃນວັນທີ 14 ມັງກອນ 2025, ທີ່ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຜູ້ຊີ້ນໍາວຽກງານກວດຄົນເຂົ້າ-ອອກ ສປປ ລາວ, ມີ ພັອ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ມີຄະນະພັກ-ຄະ ນະບັນຊາກົມ, ພະແນກ, ແຂກຮັບເຊີນ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.
ພັທ ວັນເພັງ ທອງມາວົງ ຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການນໍາພາວຽກງານໃນໄລຍະຜ່ານມາ ທາງດ້ານດີຜົນງານ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ໃນພິ ທີ, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກຫນຄວາມສະຫງົບ ສະບັບເລກທີ 19/ປກສ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ແລະ ສະບັບເລກທີ 20/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ. ໃນນີ້, ໄດ້ຍົກຍ້າຍ ພັທ ເຄນໄມ ຄໍາມູນວົງ ຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ.
ຫຼັງຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ພັທ ວັນເພັງ ທອງມາວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ແລະ ພັທ ເຄນໄມ ຄໍາມູນວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່, ໂດຍຊ່ອງໜ້າ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ພ້ອມດ້ວຍບັນດາຜູ້ທີ່ເຂົ້າຮ່ວມ.
ໂອກາດນີ້, ພົຈວ ສາຍສະໝິງ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ເຮັດໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະກົມ ແລະ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່ ສືບຕໍ່ນໍາພາວຽກງານທີ່ຍັງຄົງຄ້າງ ໃຫ້ມີຜົນສໍາເລັດ ໂດຍສະເພາະ ວຽກງານກວດຄົນເຂົ້າ-ອອກ ຢູ່ສະໜາມບິນສາກົນວັດໄຕ ໃຫ້ທີຄວາມຮັດກຸມ, ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຂ່າວ: ແກ້ວ