ຖະແຫຼງ ເປີດໂລໂກ້ ສະຫຼອງຄົບຮອບ 15 ປີ (2010-2025) ຂອງການຜະລິດໄຟຟ້າຢ່າງເປັນທາງການ ບໍລິສັດ ໄຟຟ້າ ນ້ຳເທີນ 2 ຈໍາກັດ ພ້ອມແຜນກິດຈະກໍາ ປີ 2025

0
141

ໃນໂອກາດ ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ຄົບຮອບ 15 ປີ ຂອງການຜະລິດໄຟຟ້າຢ່າງເປັນທາງການ, ບໍລິສັດ ໄຟຟ້າ ນ້ຳເທີນ 2 ຈໍາກັດ ຫຼື ນໍ້າເທີນ 2 ໄດ້ຈັດງານຖະແຫຼງຂ່າວ ໃນຕອນເຊົ້າ ວັນທີ 15 ມັງກອນ 2025 ເພື່ອເປີດຕົວໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີ ຢ່າງເປັນທາງການ (15th Anniversary of Nam theun 2 Power Company), , ໂດຍການຖະແຫຼງໂດຍ ທ່ານ ມາກ ອອງຕວນ ຣູບ ຜູ້ອໍານວຍການໃຫຍ່ ນໍ້າເທີນ 2, ທ່ານ ອໍາມະຣິດ ຈັນທະລັງສີ ຫົວໜ້າກອງເລຂາ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ, ພ້ອມດ້ວຍຄະນະບໍລິຫານ ເຂົ້າຮ່ວມ. ທີ່ບໍລິສັດໄຟຟ້ານໍ້າເທີນ 2.


ທ່ານ ມາກ ອອງຕວນ ຣູບ ຜູ້ອຳນວຍການໃຫຍ່ ນໍ້າເທີນ 2 ໄດ້ກ່າວບາງຕອນວ່າ: ນັບແຕ່ປີ 2010 ເປັນຕົ້ນມາ ທີ່ທາງບໍລິສັດ ໄຟຟ້າ ນ້ຳເທີນ 2 ໄດ້ຜະລິດໄຟຟ້າຢ່າງເປັນທາງການ ຮອດ 2025 ຄົບຮອບ 15 ປີ. ເຊິ່ງຕະຫຼອດການດຳເນີນທຸລະກິດ ບໍລິສັດນ້ຳເທີນສ 2 ໄດ້ຖືກຮັບຮູ້ເປັນໂຄງການຕົວແບບທາງ ດ້ານການຜະລິດ, ດ້ານຄວາມປອດໄພ, ດ້ານສິ່ງແວດລ້ອມ ໃນລະດັບສາກົນ ຈົນໄປເຖິງດ້ານການພັດທະນາເສດຖະກິດສັງຄົມ ຂອງ ສປປລາວ. ເຊິ່ງກ່ຽວກັບ ບໍລິສັດ ໄຟຟ້າ ນ້ຳເທີນ 2 ຈໍາກັດ ເລີ່ມການຜະລິດໄຟຟ້າຢ່າງເປັນທາງການ (30 ເມສາ 2010) ດັ່ງນັ້ນຮອດ 30 ເມສາ 2025 ຄົບຮອບ 15 ປີ. ໂຄງການ ນ້ຳເທີນ 2 ຖືເປັນໜຶ່ງໃນໂຄງການຜະລິດໄຟຟ້າພະລັງງານນໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ ໂດຍມີການຮ່ວມລົງທຶນລະຫວ່າງ Electricité De France (EDF) ທີ່ຖືຮຸ້ນ 40%, Electricity Generating Company of Thailand (EGCO) ທີ່ຖືຮຸ້ນ 35%, ແລະ Lao Holding State Enterprise (LHSE) ໃນນາມ ລັດຖະບານລາວ ທີ່ຖືຮຸ້ນ 25% ໂດຍມີກໍາລັງການຜະລິດໄຟຟ້າ 1.080 ເມກາວັດ. ທີ່ຕັ້ງໂຄງການຢູ່ແຂວງຄໍາມ່ວນ ແລະ ດໍາເນີນການຜະລິດໄຟຟ້າພາຍໃຕ້ ສັນຍາສຳປະທານໄລຍະເວລາ 25 ປີ (2010-2035).

ນ້ຳເທີນ 2 ຜະລິດໄຟຟ້າໄດ້ສະເລ່ຍ 6.000 ຈິກກາວັດຕໍ່ຊົ່ວໂມງ ໃນແຕ່ລະປີ ເຊິ່ງໄດ້ນຳໃຊ້ໃນປະເທດລາວ 5% ແລະ ສົ່ງອອກປະເທດໄທ 95%. ຈາກລາຍໄດ້ໃນການສົ່ງອອກໄຟຟ້າດັ່ງນີ້, ໂຄງການ ນ້ຳເທີນ 2 ຄາດວ່າຈະສ້າງລາຍໄດ້ປະມານ 2 ຕື້ໂດລາສະຫະລັດໃຫ້ກັບລັດຖະບານລາວເຊິ່ງມຸ່ງເນັ້ນໃນການນຳໃຊ້ໃນໂຄງການພັດທະນາເສດຖະກິດ-ສັງຄົມຕ່າງໆ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊຸມຊົນໃນປະເທດລາວຢ່າງຍືນຍົງ.

ດັ່ງນັ້ນ ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 15 ປີ (2010-2025) ບໍລິສັດ ໄຟຟ້າ ນໍ້າເທີນ 2 ໄດ້ມີແຜນຈັດກິດຈະກໍາ ແລະ ແຜນປະຊາສໍາພັນດັ່ງນີ້: 1). ໃນວັນທີ 30 ເມສາ 2025 ທີ່ ນະຄອນຫຼວງວຽງຈັນ ຈະຈັດງານສະເຫຼີມສະຫຼອງວັນຄົບຮອບ 15ປີ ຂອງການຜະລິດໄຟຟ້າ ໂດຍ ຮຽນເຊິີນການນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປລາວ, ຜູ້ຕາງໜ້າຜູ້ຖືຮຸ້ນ ແລະ ພາກສ່ວນອື່ນໆທີ່ໄດ້ມີການປະກອບສ່ວນໃນໂຄງການ ນຳເທີນ2 ໃນໄລຍະ 15ປີ ທີ່ຜ່ານມາ; 2). ໃນ ເດືອນ ຕຸລາ 2025, ບໍລິສັດ ນໍ້າເທີນ2 ຈະຮ່ວມມືກັບອໍານາດການປົກຄອງ ເມືອງນາກາຍ ຈັດງານບຸນນາກາຍ ຫຼື Nakai Festival ທີ່ເມືອງນາກາຍ ແຂວງຄຳມ່ວນ ເພື່ອເປັນການສ້າງບັນຍາກາດມ່ວນຊື່ນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່ປະຊາຊົນ ທ້ອງຖິ່ນ ເຊິ່ງກວມລວມເອົາ ເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງມະຫາໄຊ. ນອກຈາກນັ້ນ, ກໍ່ເປັນການສະໜັບສະໜູນການທ່ອງທ່ຽວ ແລະ ຊຸກຍູ້ເສດຖະກິດ-ສັງຄົມໃນພາກພື້ນ ແລະ 3). ນໍ້າເທີນ 2 ໄດ້ຮ່ວມມືກັບ ກຸ່ມບໍລິສັດຫຍ້າສີຟ້າ (BlueGrass Design Group) ເພື່ອດຳເນີນການປະຊາສຳພັນຕະຫຼອດປີ 2025, ໂດຍການນໍາໃຊ້ພື້ນທີ່ໂຄສະນາທາງຈໍ LED ແລະ ປ້າຍໂຄສະນາທົ່ວປະເທດເພື່ອນຳສະເໜີຜົນງານອັນພົ້ນເດັ່ນຂອງບໍລິສັດໃນໄລຍະ 15ປີ ຜ່ານມາ.
ທ່ານ ມາກ ອອງຕວນ ຣູບ ຜູ້ອຳນວຍການໃຫຍ່ ນໍ້າເທີນ 2 ກ່າວຕື່ມວ່າ: ນັບແຕ່ປີ 2010 ຈົນເຖິງປັດຈຸບັນ, ນໍ້າເທີນ 2 ເປັນໜື່ງໃນບໍລິສັດໃນລາວທີ່ໄດ້ປະສົບຄວາມສຳເລັດຢ່າງມີປະສິດຕິພາບ ແລະ ໄດ້ປະກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ປະເທດຊາດ ຢ່າງຫຼວງຫຼາຍ ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ. ການສະເຫຼີມສະຫຼອງຄັ້ງນີ້ໄດ້ຈັດຂຶ້ນເພື່ອໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເພື່ອໃຫ້ຄົນລາວທຸກຄົນມີຄວາມພາກພູມໃຈ.


ທ່ານ ອໍາມະຣິດ ຈັນທະລັງສີ ຫົວໜ້າກອງເລຂາ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ກ່າວບາງຕອນວ່າ: ສຳລັບບໍລິສັດ ໄຟຟ້າ ນ້ຳເທີນ 2 ແລ້ວ ວຽກພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ແມ່ນເປັນວຽກບູລິມະສິດສຳຄັນ ເຊິ່ງຈະແບ່ງອອກເປັນ 4 ໜ້າາວຽກຫຼັກ: ດ້ານການສຶກສາ; ດ້ານສາທາລະນະສຸກ; ດ້ານພື້ນຖານໂຄງລ່າງ ແລະ ການນຳໃຊ້ນ້ຳໃຫ້ເກີດຜົນປະໂຫຍດສູງສຸດ; ດ້ານສິ່ງແວດລ້ອມ ແມ່ນເຮົາຈະເນັ້ນໃສ່ການປົກປັກຮັກສາທຳມະຊາດ ໂດຍສະເພາະການຮັກສາປ່າຕົ້ນນ້ຳ ຖ້າຮັກສາໄດ້ມັນກໍຈະມີຜົນຕໍ່ການຜະລິດກະແສໄຟຟ້າ.


ພ້ອມນີ້ດ້ານສິ່ງແວດລ້ອມພວກເຮົາມີໜ່ວຍງານສະເພາະ ທີ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນລົງເຜີຍແຜ່ຂໍ້ມູນໃຫ້ປະຊາຊົນອ້ອມຂ້າງຮັບຮູ້ ແລະ ເຂົ້າໃຈ. ນອກນີ້ພວກເຮົາມີການເຝົ້າລະວັງ, ຕິດຕາມສະພາບອາກາດໃນຊ່ວງລະດູຝົນ ໂດຍຈະຕິດຕາມແຈ້ງການຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ມີໂມເດວຕິດຕາມສະພາບອາກາດຈາກຕ່າງປະເທດ, ມີສະຖານີນໍ້າ 10 ກວ່າຈຸດໃນການຕິດຕາມສະພາບນໍ້ຳ ຈິ່ງເຮັດໃຫ້ພວກເຮົາມີຄວາມພ້ອມດ້ານການຮັບມືກັບສະພາບການປ່ຽນແປງຂອງສະເພາບອາກາດໃນຊ່ວງລະດູຝົນ.


ທີ່ສຳຄັນຕະຫຼອດການສຳປະທານ ຄາດວ່າ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ຈະຊ່ວຍມອບພັນທະອາກອນໃຫ້ກັບລັດຖະບານ ປະມານ 2 ຕື້ໂດລາ ເຊິ່ງນັບແຕ່ປີ 2010 ມາຮອດທ້າຍປີ 2024 ແມ່ນໄດ້ມອບພັນທະອາກອນແລ້ວມູນຄ່າ 600 ລ້ານໂດລາ.

 

LEAVE A REPLY

Please enter your comment!
Please enter your name here