ປະກາດ ກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຊຸດໃໝ່ (2024-2028) ໂດຍແຕ່ງຕັ້ງ ທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ເປັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຜູ້ໃໝ່ ຂຶ້ນຢ່າງເປັນທາງການເມື່ອອາທິດທີ່ຜ່ານມາ.
ພິທີປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຊຸດໃໝ່ ໄດ້ມີຂຶ້ນໃນຕອນບ່າຍວັນທີ 10 ມັງກອນ 2025 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ, ປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວຜູ້ໃໝ່ ແລະ ທ່ານ ສີຈັນ ຈິດຕະປັນຍາ ວ່າການຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດແຂກຖືກເຊີນ, ຄະນະບໍລິຫານສະຫະພັນຊຸດເກົ່າ ແລະ ຊຸດໃໝ່, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ລິຄິດ ອິນທະວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ກ່າວວ່າ: ວຽກງານການແຂ່ງຂັນ ໃນປີ 2020 ໄດ້ຈັດການແຂ່ງຂັນສະນຸກເກີ 6 ແດງ ຊີງຂັນສະໂມສອນແດງນ້ອຍ 1 ຄັ້ງ, ປີ 2021 ໄດ້ຈັດການແຂ່ງຂັນສະນຸກເກີ 6 ແດງ ແຮນດີແຄັບ ຊີງຂັນສະໂມສອນແດງນ້ອຍອໍສະຕາ 1 ຄັ້ງ, ປີ 2022 ໄດ້ຈັດການແຂ່ງຂັນສະນຸກເກີ 6 ແດງ ຊີງຂັນສະໂມສອນ ອາລີນາຄລັບ 1 ຄັ້ງ, ປີ 2023 ໄດ້ຈັດການແຂ່ງຂັນສະນຸກເກີ 6 ແດງ ແຮນດີແຄັບ ຊີງຂັນສະໂມສອນແດງນ້ອຍອໍສະຕາ 1 ຄັ້ງ, ປີ 2024 ໄດ້ຈັດການແຂ່ງຂັນສະນຸກເກີ 6 ແດງ ແຮນດີແຄັບໂອເພັນ 5 ຄັ້ງ ຊີງຂັນສະໂມສອນແດງນ້ອຍອໍສະຕາ 2 ຄັ້ງ, ຊີງຂັນສະໂມສອນ ພີເອັດ ສະນຸກເກີ 1 ຄັ້ງ ແລະ ຊີງຂັນສະໂມສອນສະນຸກເກີ ອາຣີນາ ຄລັບ 2 ຄັ້ງ. ຄຽງຄູ່ກັນນີ້, ສຳລັບຜົນງານການນຳພານັກກິລາ ເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາຊີເກມ ທັງໝົດ 9 ຄັ້ງ ນັບຕັ້ງແຕ່ຄັ້ງທີ 24 ປີ 2007 ເຖິງ ຄັ້ງທີ 32 ປີ 2023 ທີ່ປະເທດກໍາປູເຈຍ ຕະຫຼອດການແຂ່ງຂັນຊີເກມ 9 ຄັ້ງ ທີ່ຜ່ານມາ ສາມາດຍາດມາໃດ້ທັງໝົດ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ລາຍງານອື່ນໆອີກຈຳນວນໜຶ່ງທັງໃນລະດັບອາຊີ ແລະ ລະດັບໂລກ ຊຶ່ງຕ່າງກໍມີຜົນງານຢ່າງຫຼວງຫຼາຍ.
ຂະນະດຽວກັນ ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ສສກ ສະບັບເລກທີ 9027/ສສກ ລົງວັນທີ 29 ພະຈິກ 2024 ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຊຸດໃໝ່ (2024-2028) ໂດຍແຕ່ງຕັ້ງ ທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ເປັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຜູ້ໃໝ່, ທ່ານ ລິຄິດ ອິນທະວົງ ຜູ້ອຳນວຍການບໍລິສັດ ເພັດສະລັດ ການຄ້າຂາເຂົ້າ-ຂາອອກ ເປັນຮອງປະທານ ແລະ ເລຂາທິການ, ທ່ານ ແກ້ວອຸດອນ ແກ້ວວົງສາ ຜູ້ຖືຮຸ້ນລາຍໃຫຍ່ ບໍລິສັດ ເຈມາກ ຈຳກັດ, ທ່ານ ຫົງສາວະດີ ວົງໄຊ ນັກທຸລະກິດ ແລະ ທ່ານ ປອ ທອງດີ ປັນຍາສິດ ວິຊາການພະແນກກວດກາ ກົມບໍລິການ ທະນາຄານແຫ່ງ ສປປ ລາວ ເປັນຮອງປະທານ. ພ້ອມນີ້ຍັງໄດ້ແຕ່ງຕັ້ງຄະນະປະທານທີ່ປຶກສາ ຈຳນວນ 2 ທ່ານ, ນາຍຄັງ 1 ທ່ານ ແລະ ກຳມະການ ອີກ 13 ທ່ານ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ