ສຸດຄຸ້ມ ມາງານດຽວໄດ້ຮັບປະທານອາຫານເອກະລັກ18ແຂວງທົ່ວປະເທດ

0
154

ເທດສະການອາຫານລາວຄັ້ງທີ 20 ຈະຄັດສັນເອົາຜູ້ປະກອບຂອງບັນດາແຂວງໃນທົ່ວປະເທດ ນໍາເອົາອາຫານທີ່ເປັນເອກະລັກຂອງບັນດາແຂວງໃນທົ່ວປະເທດ ເຂົ້າມາຈາໜ່າຍ ພາຍໃນງານເພື່ອໃຫ້ຜູ້ເຂົ້າທ່ຽວຊົມ ແລະ ນັກທ່ອງທ່ຽວໄດ້ເລືອກຊື້ ເລືອກຊິມ ອາຫານດີໃນເມືອງລາວ.

ທ່ານ ນາງ ລັດສະໝີ ເວດສະພົງ ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງ ໄດ້ກ່າວໃນງານຖະແຫຼ່ງຂ່າວວ່າ: ງານເທສະການອາຫານລາວປີນີ້ ມີຄວາມແຕກຕ່າງຈາກຫຼາຍປີຜ່ານມາ ພວກເຮົາຈະເຮັດເປັນຕ່ອງໂສ້ ໃຫ້ເຫັນຂະບວນການຜະລິດ ຈາກຟາມ ມາເປັນອາຫານ ຈາກອາຫານ ກາຍເປັນຜະລິດຕະພັນ ເຊີ່ງຈະເປັນຄວາມແຕກຕ່າງທີ່ຜູ້ເຂົ້າຮ່ວມຈະໄດ້ເຫັນ ເຊິ່ງຈະເຕົ້າໂຮມຜະລິດຕະພັນຈາກທຸກພາກຂອງປະເທດ ບໍ່ວ່າຈະເປັນພາກເໜືອ, ພາກກາງ ແລະ ພາກໃຕ້

 

ໂດຍຈະມີກຸ່ມການຜະລິດ ກະສິກໍາ, ກຸ່ມສົ່ງເສີມການຜະລິດ ເຊິ່ງໄດ້ໃຫ້ບັນດາແຂວງເປັນຜູ້ຮັບຜິດຊອບ ຜະລິດອາຫານທີ່ເປັນເອກະລັກຂອງແຕ່ລະແຂວງ ໄດ້ນໍາມາວາງຈໍາໜ່າຍພາຍໃນງານ  ໝາຍວ່າມາໃນງານດຽວໄດ້ກິນອາຫານຄົບທັງ 18 ແຂວງ ເຊິ່ງເປັນຄອນເຊັບທີ່ທ່ານຈະເຫັນ ແລະ ສໍາພັດໃນງານຄັ້ງນີ້.

ເທດສະການອາຫານລາວ ຄັ້ງທີ 20 ທີ່ຈະເປີດຂຶ້ນເປັນທາງການໃນລະຫວ່າງວັນທີ 22-26 ມັງກອນ 2025 ທີ່ສວນເຈົ້າອານຸວົງ ແຄມຂອງນະຄອນຫຼວງວຽງຈັນພາຍໃຕ້ຄໍາຂວັນ: “ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ.”

ງານຄັ້ງນີ້ຈະຈັດແບບເປີດກວ້າງ ໂດຍມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະອາຫານນາໆຊາດ ມາວາງຂາຍ 180 ຮ້ານ

 

 

LEAVE A REPLY

Please enter your comment!
Please enter your name here