ໃນຕອນແລງ ວັນທີ 13 ມັງກອນ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັັດຖະມົນຕີ (ຫສນຍ) ໄດ້ມີພິທີມອບ-ຮັບລົດເກັງໄຟຟ້າ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກບໍລິສັດ ພີແອວຊີ ໂອໂຕຄາ ຈຳກັດ ໃຫ້ແກ່ລັດຖະບານ; ຊຶ່ງຕາງໜ້າລັດຖະບານກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍທ່ານ ວູ ຊິນ ລີ, ຄະນະບໍລິຫານບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ; ມີທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເສີນ ອ່າງ, ຕົວແທນດ້ານກົດໝາຍບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ ປະຈຳລາວ, ທ່ານ ນາງ ສຸລິນ ຊະນະໄຊ, ຮອງປະທານບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ລົດເກັງໄຟຟ້າ ທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກບໍລິສັດ ພີແອວຊີ ໂອໂຕຄາ ຈຳກັດ ໃນຄັ້ງນີ້ ແມ່ນຍີ່ຫໍ້ Hongqi, ລຸ້ນ EQM5 ຈໍານວນ 5 ຄັນ ລວມມູນຄ່າທັງໝົດ 2,2 ຕື້ກີບ ເພື່ອມອບໃຫ້ແກ່ລັດຖະບານ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານລວມ, ທັງເປັນການປະກອບສ່ວນຜັນຂະຫຍາຍນະໂຍບາຍປະຢັດມັດທະຍັດ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ, ສົ່ງເສີມການນຳໃຊ້ພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາງໜ້າໃຫ້ແກ່ລັດຖະບານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງບໍລິສັດດັ່ງກ່າວ ໃນຄັ້ງນີ້ ເຊິ່ງສະແດງເຖິງການໃຫ້ຄວາມສຳຄັນຕໍ່ວຽກງານລວມ ແລະ ປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ; ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳໃຊ້ລົດ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ນຳໃຊ້ໄດ້ຍາວນານ, ເກີດປະໂຫຍດສູງສຸດ ແລະ ເປັນໄປຕາມຈຸດປະສົງທີ່ນຳມາມອບໃຫ້ແກ່ລັດຖະບານ ຢ່າງແທ້ຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.